ກອນຕູມ ສະເຫຼີມສະຫອງ 50 ປີແຫ່ງວັນປົດປ່ອຍ
ການປົດປ່ອຍ ກອນຕູມ ແມ່ນເຫດການປະຫວັດສາດສຳຄັນຍິ່ງຂອງກອງທັບ ແລະປະຊາຊົນບັນດາເຜົ່າໃນແຂວງ.
ຕອນຄ່ຳວັນທີ 16 ມີນາ, ຢູ່ສະໜາມຫຼວງ 16/3, ທີ່ນະຄອນ ກອນຕູມ, ແຂວງ ກອນຕູມ ໄດ້ຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍແຂວງ (16 ມີນາ 1975 – 16 ມີນາ 2025).
    |
 |
ລາຍການສະແດງທີ່ພິທີສະເຫຼີມສະຫຼອງ. |
ທີ່ພິທີສະເຫຼີມສະຫຼອງ, ທ່ານ ເລງອັກຕວນ, ປະທານຄະນະກຳມະການປະຊາຊົນແຂວງ ກອນຕູມ, ຢືນຢັນວ່າ ການປົດປ່ອຍ ກອນຕູມ ແມ່ນເຫດການປະຫວັດສາດສຳຄັນຍິ່ງຂອງກອງທັບ ແລະ ປະຊາຊົນບັນດາເຜົ່າໃນແຂວງ, ແມ່ນເຫດການປະກອບສ່ວນສຳຄັນເຂົ້າໄຊຊະນະຂອງບັ້ນບຸກໂຈມຕີຄັ້ງໃຫຍ່ ແລະລຸກຮື້ຂຶ້ນໃນລະດູບານໃໝ່ປີ 1975 ປົດປ່ອຍພາກໃຕ້ຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ. ເຂົ້າຮ່ວມພິທີສະເຫຼີມສະຫຼອງດັ່ງກ່າວ, ພ້ອມກັບບັນດານັກປະຕິວັດອາວຸໂສ; ແມ່ ຫວຽດນາມ ວິລະຊົນ, ນັກວິລະຊົນກຳລັງປະກອບອາວຸດປະຊາຊົນພ້ອມກັບປະຊາຊົນໃນແຂວງເປັນຈຳນວນຫຼາຍແລ້ວ, ຍັງມີການນຳບັນດາແຂວງ ອັດຕະປື, ເຊກອງ, ຈຳປາສັກ ຂອງ ລາວ; ແຂວງ Rattanakiri, Stungtreng ຂອງ ກຳປູເຈຍ ອີກດ້ວຍ.
ແຫຼ່ງຄັດຈາກ: vovworld.vn