ໃນຊຸມວັນຜ່ານມາ, ເມື່ອມາທ່ຽວ ບວນມາທວດ, ແຂກທ່ອງທ່ຽວ ໄດ້ສຳຜັດກັບກິ່ນຫອມອ່ອນໆຂອງດອກກາເຟ ແລະບັນຍາກາດຄຶກຄື້ນຂອງງານບຸນກາເຟ ບວນມາທວດ ຄັ້ງທີ 9 ປີ 2025. ພິທີເປີດ, ງານບຸນຕາມທ້ອງຖະໜົນ, ງານບຸນແສງໄຟ, ບຸນຊ້າງ ບວນດົນ, ບຸນຊ່ວງເຮືອ ເມືອງລັກ... ທີ່ ເຕັມໄປດ້ວຍສີສັນ, ດຶງດູດ ແລະຈັບອົກຈັບໃຈ ເຊິ່ງໄດ້ຮັບການຕອບສະໜອງ, ຕີລາຄາສູງຈາກປະຊາຊົນ ແລະແຂກທ່ອງທ່ຽວເປັນຈໍານວນຫຼາຍ.

ດ້ວຍການກະກຽມຢ່າງຮອບຄອບຖີ່ຖ້ວນຢູ່ແຕ່ລະການເຄື່ອນໄຫວ, ງານບຸນກາເຟ ບວນມາທວດ ໄດ້ດຶງດູດແຂກທ່ອງທ່ຽວປະມານ 250.000 ເທື່ອຄົນມາທ່ຽວແຂວງດັກລັກ, ໃນນັ້ນມີແຂກທ່ອງທ່ຽວສາກົນ 1.800 ຄົນ. ເອື້ອຍ ຫວູທິຫງັອກແອ໊ງ, ແຂກທ່ອງທ່ຽວມາຈາກນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ “ເປັນຄັ້ງທໍາອິດທີ່ໄດ້ເຂົ້າຮ່ວມງານບຸນກາເຟ ບວນມາທວດ, ຂ້າພະເຈົ້າ ຮູ້ສຶກວ່າ ບັນຍາກາດຂອງງານບຸນແມ່ນຄຶກຄື້ນມ່ວນຊື່ນ. ພິເສດ, ຂ້າພະເຈົ້າ ຮູ້ສຶກປະທັບໃຈທີ່ສຸດກັບງານບຸນທີ່ຈັດຂຶ້ນຢູ່ທ້ອງຖະໜົນ, ການສະແດງທີ່ເຕັມໄປດ້ວຍສີສັນ, ທັງທັນສະໄໝທັງເປັນມູນເຊື້ອ, ເຊີດຊູສີສັນວັດທະນະທໍາບັນດາເຜົ່າ ແລະຊາວ ໄຕງວຽນ, ເຊີດຊູຊາວນາທີ່ເຮັດກາເຟ. ຂ້າພະເຈົ້າ ລໍຄອຍ ແລະຈະກັບຄືນມາເຂົ້າຮ່ວມງານບຸນກາເຟ ບວນມາທວດ ຄັ້ງທີ 10”.

leftcenterrightdel
ລາຍການສະແດງສິລະປະ ຊົມເຊີຍງານບຸນກາເຟ ບວນມາທວດ ຄັ້ງທີ 9 ປີ 2025. ພາບ: qdnd.vn

ທີ່ງານບຸນກາເຟ ບວນມາທວດ ຄັ້ງທີ 9, ເປັນຄັ້ງທໍາອິດ ທ່ານນາງ Vanusia Nogueira ຜູ້ອໍານວຍການໃຫຍ່ອົງການກາເຟ ໂລກ (ICO) ເຂົ້າຮ່ວມບັນດາການເຄື່ອນໄຫວ ແລະມີບົດກ່າວຄໍາເຫັນທີ່ມີຄວາມໝາຍ, ສ້າງຂີດໝາຍໃນການຍົກສູງທີ່ຕັ້ງຂອງກາເຟຫວຽດນາມ ໃນແຜນທີ່ກາເຟໂລກ. ເລື່ອງອົງການ ຈັດຕັ້ງທີ່ມີຊື່ສຽງ ຄື ICO ໄດ້ເອົາໃຈໃສ່ເປັນພິເສດຕໍ່ງານບຸນ ໄດ້ສະແດງໃຫ້ເຫັນບົດບາດທີ່ນັບມື້ນັບສໍາຄັນຂອງກາເຟຫວຽດນາມ ໃນລະບົບຕ່ອງໂສ້ການສະໜອງທົ່ວໂລກ. ນີ້ກໍແມ່ນໂອກາດອັນໃຫຍ່ຫຼວງເພື່ອໃຫ້ຂະແໜງກາເຟຫວຽດນາມ ເປີດກວ້າງການຮ່ວມມືກັບບັນດາອົງການ ແລະຕະຫຼາດສາກົນ.

ທີ່ງານບຸນຄັ້ງນີ້, ຫຼາຍກິດຈະກໍາເຊື່ອມຕໍ່ການພົວພັນການຄ້າ ໄດ້ດຶງດູດຄະນະທູຕານຸທູດ, ອົງການສາກົນ, ວິສາຫະກິດສົ່ງອອກ-ນໍາເຂົ້າກາເຟ ທີ່ຢູ່ພາຍໃນ ແລະຕ່າງປະເທດເຂົ້າຮ່ວມ. ພົ້ນເດັ່ນຄື ງານຕະຫຼາດນັດວາງສະແດງຂະແໜງກາເຟ ແລະຜະລິດຕະພັນ OCOP ໄດ້ດຶງດູດການເຂົ້າຮ່ວມຂອງ 180 ຫົວໜ່ວຍ ມີຮ້ານວາງສະແດງຈຳໜ່າຍ 453 ຮ້ານ, ໃນນັ້ນມີ 12 ຮ້ານແມ່ນຂອງ 6 ວິສາຫະກິດຕ່າງປະເທດ; ມີແຂກທ່ອງທ່ຽວທັງໝົດ 175.000 ເທື່ອຄົນມາຢ້ຽມຊົມງານຕະຫຼາດນັດ (ສະເລ່ຍ 35.000 ເທື່ອຄົນ/ມື້). ກອງປະຊຸມພົວພັນການຄ້າສາກົນ-ເຊື່ອມຕໍ່, ຍົກລະດັບກາເຟຫວຽດນາມ ໄດ້ດຶງດູດຜູ້ແທນເຂົ້າຮ່ວມ 730 ຄົນ, ພ້ອມກັນປຶກສາຫາລື, ຊອກໂອກາດ ແລະມາດຕະການ ເພື່ອພັດທະນາກາເຟແບບຍືນຍົງ, ເພີ່ມຄຸນຄ່າກາເຟຫວຽດນາມ.

ງານບຸນກາເຟ ບວນມາທວດ ບໍ່ພຽງແຕ່ເຊີດຊູກາເຟຫວຽດນາມ, ສັນຍາລັກຂອງການປະດິດສ້າງ, ຜົນສໍາເລັດເທົ່ານັ້ນ ຫາກຍັງເປັນເວທີທີ່ມີຂະໜາດທົ່ວໂລກ, ບ່ອນທີ່ບັນດາປະເທດຜະລິດ ແລະບໍລິໂພກກາເຟ ມາເຕົ້າໂຮມກັນ, ພ້ອມກັນແບ່ງປັນວິໄສທັດໃຫ້ແກ່ອະນາຄົດແບບຍືນຍົງຂອງຂະແໜງກາເຟໂລກ ອີກດ້ວຍ. ຜ່ານບັນດາການເຄື່ອນໄຫວຂອງງານບຸນ ໄດ້ສືບຕໍ່ເຊີດຊູກາເຟຫວຽດນາມ, ໂຄສະນາເຄື່ອງໝາຍການຄ້າບັນດາຜະລິດຕະພັນກະເສດ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມແບບຍືນຍົງຂອງທ້ອງຖິ່ນ.

ສະຫາຍ ຫງວຽນທຽນວັນ ຮອງປະທານຄະນະກໍາມະການປະຊາຊົນແຂວງດັກລັກ, ຮອງຫົວໜ້າຄະນະຈັດຕັ້ງງານບຸນກາເຟ ບວນມາທວດ ຄັ້ງທີ 9 ປີ 2025 ຢັ້ງຢືນວ່າ “ຜົນສໍາເລັດຂອງງານບຸນ ແມ່ນກໍາລັງໜູນຢ່າງແຂງແຮງ ເພື່ອໃຫ້ແຂວງດັກລັກ ມານະພະຍາຍາມໃຫ້ຫຼາຍກວ່າເກົ່າ ໃນການເຄື່ອນໄຫວ ເພື່ອເປົ້າໝາຍກໍ່ສ້າງແຂວງ ໃຫ້ມີການພັດທະນາໄວ, ຮັ່ງມີສວຍງາມ, ສີວິໄລ, ມີສີສັນ; ສ້າງພື້ນຖານອັນໜັກແໜ້ນ ເພື່ອພ້ອມກັບທົ່ວປະເທດກ້າວເຂົ້າສູ່ສັງກາດໃໝ່. ພ້ອມກັນນັ້ນ ນີ້ກໍແມ່ນໂອກາດເພື່ອສືບຕໍ່ເຊີດຊູຜະລິດຕະພັນກາເຟຫວຽດນາມ, ພິເສດແມ່ນເຄື່ອງໝາຍການຄ້າ ແລະສິ່ງບົ່ງບອກທາງພູມສາດກາເຟ ບວນມາທວດ ໃນເວທີສາກົນ; ພັດທະນາກາເຟໃຫ້ມີຄຸນນະພາບສູງ, ກາເຟພິເສດ; ໂຄສະນາຄວາມສາມາດບົ່ມຊ້ອນ, ທ່າແຮງເພື່ອສົ່ງເສີມການຄ້າ ແລະການລົງທຶນ; ແຜ່ຂະຫຍາຍຄຸນຄ່າວັດທະນະທໍາທີ່ເປັນມູນເຊື້ອ, ຄວາມສາມັກຄີ, ເປັນເອກະພາບໃນຄວາມຫຼາກຫຼາຍ”.

ງານບຸນກາເຟ ບວນມາທວດ ຄັ້ງທີ 9 ປີ 2025 ໄດ້ອັດລົງ. ຜົນສໍາເລັດທີ່ຈົບງາມນີ້ໄດ້ເຮັດໃຫ້ໃຜໆ ກໍຢາກມາພົບພໍ້ກັນຢູ່ງານບຸນກາເຟ ບວນມາທວດ ຄັ້ງທີ 10 ປີ 2027.

ໂດຍ: ໄຊຊະນະ