ສຸກສາລາເກາະ ຊອງຕື້ໄຕ ພະຍາບານສຸກເສີນຊາວປະມົງທີ່ເປັນພະຍາດປອດອັກເສບ
ກປ.ອອນໄລ - ຕອນບ່າຍວັນທີ 15 ມີນາ, ສຸກສາລາ ເກາະຊອງຕື້ໄຕ (ກອງພົນນ້ອຍ 146, ທະຫານເຮືອເຂດ 4) ໄດ້ຮັບ ແລະພະຍາບານສຸກເສີນໃຫ້ຊາວປະມົງ ຊື່ທ້າວ ຢວ້ານວັນຫາຍ (ອາຍຸ 26 ປີ, ບ້ານເກີດຢູ່ຕາແສງ ບິ່ງຫາຍ, ເມືອງ ທັງບິ່ງ, ແຂວງກວ໋າງນາມ), ເປັນລູກເຮືອຫາປາ QNa 95445 TS, ເປັນພະຍາດປອດອັກເສບ ເມື່ອກໍາລັງຂຸດຄົ້ນສິນທະເລໃນທະເລ.
    |
 |
ແພດໝໍກວດພະຍາດໃຫ້ຊາວປະມົງທີ່ເປັນພະຍາດປອດອັກເສບ. ພາບ: vov |
    |
 |
ແພດໝໍສຸກສາລາເກາະຊອງຕື້ໄຕ ບົ່ງມະຕິພະຍາດວ່າ ຊາວປະມົງ ເປັນພະຍາດປອດອັກເສບ. ພາບ: vov |
ກ່ອນໜ້ານັ້ນ, ເວລາ 10 ໂມງຂອງວັນດຽວກັນ, ເຮືອຫາປາ QNa 95445 TS ພວມຂຸດຄົ້ນຢູ່ໃນເຂດທະເລທີ່ຫ່າງຈາກເກາະຊອງຕື້ໄຕ ປະມານ 20 ໄມທະເລນັ້ນຊາວປະມົງ ຊື່ທ້າວ ຢວ້ານວັນຫາຍ ມີອາການເຈັບເອິກ, ຫາຍໃຈຍາກ, ໄອແຫ້ງ, ເຈັບຫົວ, ເພື່ອນໄດ້ນໍາສົ່ງເຂົ້າເກາະຊອງຕື້ໄຕ ເພື່ອພະຍາບານສຸກເສີນ.
    |
 |
ສຸຂະພາບຂອງຄົນເຈັບ ເປັນປົກກະຕິແລ້ວ ແລະພວມໄດ້ຕິດຕາມອາການ. ພາບ: vov |
ຜ່ານການກວດພະຍາດ, ແພດ ບົ່ງມະຕິພະຍາດວ່າ ຄົນເຈັບເປັນພະຍາດປອດອັບເສບ ແລະໃສ່ອົກຊີໃຫ້ແກ່ຄົນເຈັບ, ພ້ອມກັບການປິ່ນປົວຢ່າງທັນການ. ນອກຈາກນີ້, ສຸກສາລາ ເກາະຊອງຕື້ໄຕ ຍັງກວດພະຍາດ, ແຈກຢາຍຢາໃຫ້ຊາວປະມົງອີກ 6 ຄົນທີ່ຢູ່ໃນເຮືອ. ປັດຈຸບັນສຸຂະພາບຂອງຄົນເຈັບ ໄດ້ເປັນປົກກະຕິແລ້ວ, ສືບຕໍ່ອາໄສຢູ່ເກາະ ເພື່ອຕິດຕາມອາການພະຍາດ, ປິ່ນປົວ.
ໂດຍ: ໄຊຊະນະ