ກ່າວຄໍາເຫັນໄຂເວທີປາໄສ, ທ່ານນາງ ຫວູຈີມາຍ, ຫົວໜ້າກົງສູນໃຫຍ່ຫວຽດນາມ ປະຈໍາ Fukuoka, ຍີ່ປຸ່ນ ໃຫ້ຮູ້ວ່າ ເວທີປາໄສແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດເຂົ້າເຖິງຕະຫຼາດ, ຊອກຫາຄູ່ຮ່ວມມືຍຸດທະສາດ ແລະເປີດກວ້າງການເຄື່ອນໄຫວດໍາເນີນທຸລະກິດຢູ່ພາກພື້ນ. ພ້ອມກັນນັ້ນ, ເຫດການກໍ່ປະກອບສ່ວນຍົກສູງຖານະບົດບາດ ແລະພາບພົດຂອງປະຊາຄົມຊາວຫວຽດນາມ ໃນເວທີສາກົນ. ນີ້ກໍແມ່ນຂົວເຊື່ອມຕໍ່ຊ່ວຍປະຊາຄົມນັກທຸລະກິດຫວຽດນາມ ຢູ່ຕ່າງປະເທດ ສະໜິດຕິດແໜ້ນກັບບ້ານເກີດເມືອງນອນ, ຮັກສາສີສັນວັດທະນະທໍາຫວຽດນາມ.
    |
 |
ທ່ານນາງ ຫວູຈີມາຍ, ຫົວໜ້າກົງສູນໃຫຍ່ຫວຽດນາມ ປະຈໍາ Fukuoka, ຍີ່ປຸ່ນ ກ່າວຄໍາເຫັນໄຂເວທີປາໄສ. ພາບ: qdnd.vn |
ຜ່ານເວທີປາໄສ, ບັນດາວິສາຫະກິດຫວຽດນາມ, ໄທ ແລະຍີ່ປຸ່ນ, ພິເສດແມ່ນວິສາຫະກິດຂອງພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດ, ຊອກຫາບັນດາຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ ຄື: ການທ່ອງທ່ຽວ ແລະການບໍລິການທ່ອງທ່ຽວ; ກະສິກໍາ ແລະປຸງແຕ່ງສະບຽງອາຫານ; ຫັນເປັນດີຈີຕອນ ແລະການຄ້າເອເລັກໂຕນິກ.
    |
 |
ທ່ານ ຫງວຽນແມ້ງດົງ ຮອງປະທານຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດຫວຽດນາມ ກ່າວຄໍາເຫັນທີ່ເວທີປາໄສ. ພາບ: qdnd.vn |
ຕີລາຄາສູງຂໍ້ລິເລີ່ມຈັດຕັ້ງເວທີປາໄສຂອງ 2 ອົງການຜູ້ຕາງໜ້າຫວຽດນາມ ປະຈໍາ ໄທ ແລະຍີ່ປຸ່ນ, ປະຊາຄົມວິສາຫະກິດ 3 ປະເທດ ໄທ - ຫວຽດນາມ - ຍີ່ປຸ່ນ, ທ່ານ ຫງວຽນແມ້ງດົງ ຮອງປະທານຄະນະກໍາມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ ກະຊວງການຕ່າງປະເທດ ແລະຄະນະກໍາມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈະສ້າງເງື່ອນໄຂສະດວກ ເພື່ອເພີ່ມກໍາລັງແຮງເຊື່ອມຕໍ່ກັບປະຊາຄົມນັກທຸລະກິດຢູ່ຕ່າງປະເທດ, ພ້ອມທັງຖືວ່າ ນີ້ແມ່ນມາດຕະການຢ່າງມີໄຫວພິບ, ມີຫົວຄິດປະດິດສ້າງ ບໍ່ພຽງແຕ່ເຊື່ອມຕໍ່ກັບປະຊາຄົມນັກທຸລະກິດໃນພາກພື້ນ ແລະທົ່ວທະວີບ ເທົ່ານັ້ນ, ຈາກນັ້ນຍັງຕັ້ງຄວາມຫວັງໄວ້ວ່າ ໝາກຜົນຂອງເວທີປາໄສ ຈະນໍາເອົາການໝູນໃຊ້ທີ່ແທດຈິງ, ປະສິດທິຜົນມາໃຫ້ໃນໄລຍະຈະມາເຖິງ.
    |
 |
ບັນດາວິສາຫະກິດ ເຂົ້າຮ່ວມການລົງນາມ ທີ່ເວທີປາໄສ. ພາບ: qdnd.vn |
ທີ່ເວທີປາໄສ, ບັນດາວິສາະກິດທີ່ມາຈາກຫວຽດນາມ, ຍີ່ປຸ່ນ, ໄທ ໄດ້ແບ່ງປັນເນື້ອໃນ, ຄື: ໂອກາດຮ່ວມມືດ້ານການຄ້າ, ການທ່ອງທ່ຽວ ແລະການລົງທຶນຢູ່ເຂດ Kyushu, ກໍຄື ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຢູ່ຍີ່ປຸ່ນ; ຄວາມສາມາດບົ່ມຊ້ອນດ້ານການຄ້າ, ການທ່ອງທ່ຽວ ແລະໂອກາດລົງທຶນຢູ່ເຂດ Kansai, ໂຕກຽວ, ຍີ່ປຸ່ນ, ພິເສດແມ່ນກ່ຽວກັບການ ນໍາເຂົ້າເຄື່ອງຈັກ, ພາຫະນະອຸປະກອນ; ຄວາມສາມາດບົ່ມຊ້ອມຮ່ວມມືດ້ານການຄ້າ, ການທ່ອງທ່ຽວ ແລະການລົງທຶນຢູ່ເຂດອຸດອນ ທານີ, ຄວາມສາມາດບົ່ມຊ້ອນຮ່ວມມືດ້ານການຄ້າ, ການທ່ອງທ່ຽວ ແລະໂອກາດລົງທຶນຢູ່ ຫວຽດນາມ.
ທີ່ເວທີປາໄສ ໄດ້ດໍາເນີນພິທີລົງນາມບັນດາເອກະສານຮ່ວມມືລະຫວ່າງ: ສະມາຄົມນັກທຸລະກິດ ໄທ - ຫວຽດນາມ ທົ່ວໄທ ກັບສະມາຄົມສົ່ງເສີມການຮ່ວມມືດ້ານເສດຖະກິດ ຫວຽດນາມ-ຍີ່ປຸ່ນ; ສະຖາບັນພາສາຍີ່ປຸ່ນ GAG, Fukuoka, ຍີ່ປຸ່ນ; ສະມາຄົມວິສາຫະກິດລົງທຶນ ແລະການຄ້າ ຫວຽດນາມ ຢູ່ Kyushu, ຍີ່ປຸ່ນ; ແລະບໍລິສັດ ຮວ່າງດຶກ Japan.
ໂດຍ: ໄຊຊະນະ