ໃນຊຸມປີຜ່ານມາ, ການບໍລິຈາກເລືອດແບບສະໝັກໃຈໄດ້ຮັບການນໍາພາ, ຊີ້ນໍາຜັນຂະຫຍາຍປະຕິບັດຢ່າງຕັ້ງໜ້າຈາກຄະນະພັກ, ຄະນະບັນຊາບັນດາອົງການ, ກົມກອງ ແລະກາຍເປັນຂະບວນການທີ່ກວ້າງຂວາງທົ່ວເຖິງ, ປະກອບສ່ວນປິ່ນປົວ, ໃຊ້ສຸກເສີນໃຫ້ແກ່ພະນັກງານ, ນັກຮົບ ແລະປະຊາຊົນນັບຫຼາຍພັນຄົນ. ປີ 2024, ທົ່ວກອງທັບ ບໍລິຈາກເລືອດໄດ້ 27.800 ກວ່າຖົງ. ເສີມຂະຫຍາຍຈິດໃຈປະຈັນບານ, ໄວໜຸ່ມກອງທັບຍາມໃດກໍເປັນກໍາລັງຫຼັກແຫຼ່ງໃນການເຂົ້າຮ່ວມບໍລິຈາກເລືອດແບບສະໝັກໃຈ, ແຜ່ຂະຫຍາຍສານທີ່ວ່າ “ແຕ່ລະຢອດເລືອດທີ່ໃຫ້ໄປ, ຊ່ວຍຊີວິດໜຶ່ງ ຄືນມາ”.
ທີ່ການປຸກລະດົມ, ພະນັກງານ, ນັກຮຽນທະຫານ ໂຮງຮຽນນາຍທະຫານບົກ ເລກ 2 ບໍລິຈາກເລືອດໄດ້ 410 ຖົງ, ໂດຍໂຮງໝໍທະຫານ 175 ຮັບ, ແກ້ໄຂຮັບໃຊ້ເຂົ້າໃນວຽກງານປິ່ນປົວ, ສົ່ງເສີມສຸຂະພາບໃຫ້ທະຫານ ແລະປະຊາຊົນ.
    |
 |
ບັນດາຜູ້ແທນ ລະດົມກໍາລັງໃຈພະນັກງານ, ນັກຮຽນທະຫານໂຮງຮຽນນາຍທະຫານບົກ ເລກ 2 ເຂົ້າຮ່ວມການບໍລິຈາກເລືອດ. ພາບ: ເຈົາຢາງ. |
* ວັນທີ 15 ມີນາ, ທີ່ຮ່າໂນ້ຍ, ວິທະຍາຄານເຕັກນິກການທະຫານ ສົມທົບກັບໂຮງໝໍສູນກາງກອງທັບ 108 ແລະໜັງສືພິມ ຕ່ຽນຟອງ ຈັດຕັ້ງວັນບຸນບໍລິຈາກເລືອດແບບສະໝັກໃຈ “ວັນອາທິດແດງ” ປີ 2025 ດ້ວຍສານທີ່ວ່າ “ບໍລິຈາກເລືອດຊ່ວຍຊີວິດ, ຊີວິດຂອງເຈົ້າ ແລະຂ້ອຍ”.
ກ່າວຄໍາເຫັນທີ່ລາຍການ, ທ່ານພົນຈັດຕະວາ ເຈິ່ນວັນຢຸຍ ຮອງຫົວໜ້າການເມືອງ ວິທະຍາຄານເຕັກນິກການທະຫານເນັ້ນໜັກວ່າ “ເລືອດແຕ່ລະຢອດຂອງພະນັກງານ, ສະມາຊິກຊາວໜຸ່ມ, ຊາວໜຸ່ມ ທີ່ບໍລິຈາກແມ່ນການກະທໍາອັນສູງສົ່ງ, ການແບ່ງປັນຄວາມຮັບຜິດຊອບຕໍ່ສັງຄົມ, ສົມກັບມູນເຊື້ອ, ນາມມະຍົດອັນສູງສົ່ງທະຫານລຸງໂຮ່ ໃນໄລຍະໃໝ່ ແລະຈິດໃຈຂອງໄວໜຸ່ມທີ່ວ່າ ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມຜ່ານຜ່າ ບ່ອນໃດຊາດຕ້ອງການ ຊາວໜຸ່ມຂານອາສາ”. ວັນບຸນບໍລິຈາກເລືອດແບບສະໝັກໃຈ “ວັນອາທິດແດງ” ຄັ້ງທີ 17 ໄດ້ດຶງດູດພະນັກງານ, ສະມາຊິກຊາວໜຸ່ມ, ຊາວໜຸ່ມເກືອບ 800 ຄົນເຂົ້າຮ່ວມ, ໄດ້ຮັບເລືອດທີ່ປອດໄພ 734 ຖົງ ສະໜອງໃຫ້ໂຮງໝໍສູນກາງກອງທັບ 108.
* ໃນວັນດຽວກັນ, ທີ່ແຂວງແຄ໊ງຮວ່າ, ໂຮງຮຽນນາຍທະຫານອາກາດ ໄດ້ສົມທົບກັບຄະນະຊີ້ນໍາການປຸກລະດົມການບໍລິຈາກເລືອດແບບສະໝັກໃຈແຂວງແຄ໊ງຮວ່າ ຈັດຕັ້ງວັນບຸນບໍລິຈາກເລືອດແບບສະໝັກໃຈ ຄັ້ງທີໜຶ່ງ ປີ 2025 ດ້ວຍຫົວຂໍ້ “ແຜ່ຂະຫຍາຍຄວາມຮັກແພງ, ຮ່ວມແຮງຮ່ວມໃຈກູ້ເອົາຊີວິດ”
ເຂົ້າຮ່ວມການບໍລິຈາກເລືອດ ມີພະນັກງານ, ຄູອາຈານ, ນັກຮຽນທະຫານ, ທະຫານວິຊາສະເພາະ, ນາຍສິບ, ນັກຮົບໃນໂຮງຮຽນ 400 ກວ່າຄົນ. ໃນ ການບໍລິຈາກເລືອດ, ຄະນະຈັດຕັ້ງ ໄດ້ດໍາເນີນຢ່າງມີໄຫວພິບ, ໜັກແໜ້ນ, ມີວິທະຍາສາດ. ກໍາລັງເຂົ້າຮ່ວມບໍລິຈາກ ໄດ້ຜ່ານການກວດເລືອດກ່ອນທີ່ຈະບໍລິຈາກເລືອດ. ຄະນະຈັດຕັ້ງ ໄດ້ຮັບເລືອດບໍລິຈາກ 348 ຖົງ.
ໂດຍ: ກວຽດເຕິມ