ເປີດຕົວຮູບແບບ “ທົ່ວປວງຊົນລົບລ້າງການກຶກດີຈີຕອນ” ໜູນຊ່ວຍຊາວໜຸ່ມຄົນພິການ
ຕອນບ່າຍວັນທີ 12 ມີນາ, ຢູ່ຮ່າໂນ້ຍ, ສະມາຄົມຊາວໜຸ່ມຄົນພິການຫວຽດນາມ ສົມທົບກັບ Microsoft ຫວຽດນາມ ໄດ້ຈັດໂຄງການ “ປຸກລະດົມຂະບວນການ “ທົ່ວປວງຊົນລົບລ້າງການກຶກດີຈີຕອນ” ໃຫ້ແກ່ຊາວໜຸ່ມຄົນພິການຫວຽດນາມ.
ຜ່ານການຜັນຂະຫຍາຍຂະບວນການ “ທົ່ວປວງຊົນລົບລ້າງການກຶກດີຈີຕອນ” ໃຫ້ແກ່ຊາວໜຸ່ມຄົນພິການ, ດ້ວຍການໜູນຊ່ວຍຂອງ Microsoft, ສະມາຄົມຊາວໜຸ່ມຄົນພິການຫວຽດນາມ ປາດຖະໜາຢາກຊ່ວຍຄົນພິການປະຕິບັດວຽກງານ ແລະການດຳລົງຊີວິດໃຫ້ດີທີ່ສຸດ, ຍົກສູງຄວາມຮັບຮູ້, ທັກສະດ້ານເຕັກໂນໂລຢີ.
ທ່ານ ຟ້າມວັນແທັງ ປະທານສະມາຄົມຊາວໜຸ່ມຄົນພິການຫວຽດນາມ ໃຫ້ຮູ້ວ່າ: ພວກຂ້າພະເຈົ້າ ຈະຈັດຕັ້ງບັນດາຊຸດຝືກອົບຮົບແບບເຊິ່ງໜ້າ ແລະທາງໄກໃນໄລຍະ 3 ເດືອນຈະມາເຖິງ. ໄປຄຽງຄູ່ກັນນັ້ນ, ພວກຂ້າພະເຈົ້າ ກໍຈະສົມທົບກັບບັນດາຫົວໜ່ວຍທີ່ມີພື້ນຖານ, ພວກເພື່ອນສາມາດໄດ້ຮໍ່າຮຽນການນຳໃຊ້ປັນຍາປະດິດ ແລະບັນດາພື້ນຖານຕ້ານການສໍ້ໂກງຍາມໃດກໍ່ອັບເດດຂໍ້ມູນກ່ຽວກັບຄວາມປອດໄພທາງຂໍ້ມູນ, ຮັກສາຄວາມລັບຂໍ້ມູນ ກໍຄືບັນດາລາຍການບຳລຸງສ້າງແບບເຊິ່ງໜ້າຈະຊ່ວຍໃຫ້ຂະບວນການທົ່ວປວງຊົນລົບລ້າງການກຶກດີຈີຕອນທີ່ສະຫງວນໃຫ້ແກ່ຊາວໜຸ່ມຄົນພິການຫວຽດນາມ ມີປະສິດທິຜົນ.
ແຫຼ່ງຄັດຈາກ: vovworld.vn