leftcenterrightdel
ຜູ້ແທນທີ່ພິທີ. ພາບ: ສໍານັກຂ່າວສານຫວຽດນາມ

ເຫດການດຳເນີນກົງກັບໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນລູກຮຶ້ຂຶ້ນບາເຕີ (11-3-1945 / 11-3-2025), 50 ປີແຫ່ງວັນປົດປ່ອຍແຂວງກວາງຫງ້າຍ (24-3-1975 / 24-3-2025). ທີ່ພິທີ, ທ່ານ ຫງວຽນຮ່ວາບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການ ໄດ້ຮັບຮູ້ຄວາມມານະພະຍາຍາມຂອງອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ. ທ່ານ ຕີລາຄາສູງບັນດາການປະກອບສ່ວນຂອງບັນດາວິສາຫະກິດລົງທຶນພາຍໃນ ແລະຕ່າງປະເທດ, ພິເສດແມ່ນບັນດາວິສາຫະກິດສິງປະໂປ ຢູ່ຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ກຸ່ມບໍລິສັດ Sembcorp (ສິງກະໂປ) ແລະ Becamex (ຫວຽດນາມ) ຊີ້ນຳການລົງທຶນ, ພັດທະນາເຂດອຸດສາຫະກຳ VSIP II ກວາງຫງ້າຍ ຕາມທິດອັດສະລິຍະ, ທັນສະໄໝ ແລະຍືນຍົງ, ມຸ່ງໄປເຖິງສ້າງບັນດາລະບົບຊີວະພາບອຸດສາຫະກຳ-ນະວັດຕະກຳ-ຕົວເມືອງ-ການບໍລິການ-ເຕັກໂນໂລຊີສູງ.

ຕອນບ່າຍວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ເຮັດວຽກກັບການນຳແຂວງກວາງຫງ້າຍ. ຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ຕີລາຄາສູງເລື່ອງແຂວງກວາງຫງ້າຍ ໄດ້ດຳເນີນການຜັນຂະຫຍາຍການປະຕິບັດມະຕິເລກທີ 57 ຂອງກົມການເມືອງ ກ່ຽວກັບບາດກ້າວບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະການຫັນປະເທດຊາດເປັນດີຈີຕອນ.

ທ່ານປະທານສະພາແຫ່ງຊາດ ຕັກເຕືອນວ່າ ເພື່ອຍູ້ແຮງການພັດທະນາເສດຖະກິດ-ສັງຄົມ, ແຂວງກວາງຫງ້າຍ ຕ້ອງຍູ້ແຮງການປະຕິຮູບລະບຽບການບໍລິຫານ, ປະຕິບັດບົນເນື້ອໃນຈິດໃຈທ້ອງຖິ່ນຕັດສິນເອງ, ທ້ອງຖິ່ນຮັບຊອບ, ປັບປຸງສະພາບແວດລ້ອມການດຳເນີນທຸລະກິດຕາມທິດສ້າງຄວາມສະດວກຢ່າງສຸດຂີດໃຫ້ແກ່ວິສາຫະກິດ.

ແຫຼ່ງຄັດຈາກ: vovworld.vn