leftcenterrightdel
 AISC 2025 ຢືນຢັນກໍາລັງດຶງດູດຂອງຫວຽດນາມ ໃນຂົງເຂດເຕັກໂນໂລຢີສູງ. ພາບ: qdnd.vn

ເປັນຄັ້ງທໍາອິດ, ມີການນໍາ, ນັກຊ່ຽວຊານກວ່າ 1.000 ຄົນດ້ວຍການເຂົ້າຮ່ວມຂອງ Google, NVIDIA, Meta, Intel, Samsung, Panasonic, Qorvo, Marvell ແລະກຸ່ມບໍລິສັດເຕັກໂນໂລຢີ Silicon Valley (ອາເມລິກາ) ຢູ່ AISC 2025. ເຫດການຢືນຢັນຖານະບົດບາດຂອງຫວຽດນາມ ໃນຂະແໜງປັນຍາປະດິດ (AI) ແລະເຄິ່ງຊັກນໍາໄຟຟ້າທົ່ວໂລກ; ຢັ້ງຢືນຄວາມດຶງດູດຂອງຫວຽດນາມ ໃນຂົງເຂດເຕັກໂນໂລຢີສູງ. ຄວາມມານະພະຍາຍາມຂອງລັດຖະບານຫວຽດນາມ ໃນການຊຸກຍູ້ພັດທະນາ AI ແລະຂະແໜງເຄິ່ງຊັກນໍາໄຟຟ້າ ພວມສະແດງໃຫ້ເຫັນທິດທາງອັນຖຶກຕ້ອງ, ສອດຄ່ອງກັບທ່າອ່ຽງຫັນປ່ຽນຂອງລະບົບມູນຄ່າເຕັກໂນໂລຢີທົ່ວໂລກ.

ລາຍການກອງປະຊຸມ AISC 2025 ຈະດໍາເນີນແຕ່ວັນທີ 12 ຫາວັນທີ 16 ມີນາ, ທີ່ຮ່າໂນ້ຍ ແລະດ່ານັງ, ດ້ວຍການເຄື່ອນໄຫວຕົ້ນຕໍ, ລວມມີ: ບັນດາວາລະກອງປະຊຸມສໍາມະນາຫົວເລື່ອງສະເພາະກ່ຽວກັບ “ການປະຕິວັດເຕັກໂນໂລຢີເຄິ່ງຊັກນໍາໄຟຟ້າ-ປັນຍາປະດິດຢູ່ Silicon Valley” ແລະ “ການເຕົ້າໂຮມຂອງເຄິ່ງຊັກນໍາໄຟຟ້າ ແລະປັນຍາປະດິດ: ປັດໄຈບຸກທະລຸສ້າງກາລະໂອກາດໃໝ່”; ງານວາງສະແດງ, ເຊື່ອມຕໍ່ການລົງທຶນ, ດໍາເນີນທຸລະກິດ...

ໂດຍ: ໄຊນີດາ