ໄວໜຸ່ມທະຫານຊາຍແດນນະຄອນຫາຍຟ່ອງ ປຸກລະດົມ “ເດືອນຊາວໜຸ່ມ, ເດືອນມີນາ ຢູ່ເຂດຊາຍແດນ”
ກປ.ອອນໄລ - ວັນທີ 2 ມີນາ, ຄະນະຊາວໜຸ່ມ, ສະມາຄົມແມ່ຍິງທະຫານຊາຍແດນນະຄອນ ຫາຍຟ່ອງ ໄດ້ສົມທົບກັບຄະນະຊາວໜຸ່ມໂຮງໝໍມິດຕະພາບຫວຽດຕຽບ, ຄະນະຊາວໜຸ່ມເມືອງໂງກວ່ຽນ, ຄະນະຊາວໜຸ່ມເມືອງກຽນທຸ້ຍ (ນະຄອນຫາຍຟ່ອງ) ຈັດຕັ້ງປຸກລະດົມ “ເດືອນຊາວໜຸ່ມ, ເດືອນມີນາ ຢູ່ເຂດຊາຍແດນ” ປີ 2025.
ທີ່ລາຍການ, ຄະນະຈັດຕັ້ງໄດ້ມອບຂອງຂວັນ 10 ພູດ (ແຕ່ລະພູດມີມູນຄ່າ 500.000 ດົ່ງ) ໃຫ້ແກ່ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ, ເຂົ້າ 500 ກິໂລກຣາມໃຫ້ແກ່ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ໃນບໍລິເວນ, ໜູນຊ່ວຍຄ່າໃຊ້ຈ່າຍກໍ່ສ້າງເຮືອນຜ້າພັນຄໍສີແດງ 2 ຫຼັງໃຫ້ 2 ຄອບຄົວນັກຮຽນບໍ່ມີທີ່ເພິ່ງພາອາໄສຂຶ້ນກັບໂຮງຮຽນປະຖົມກຽນກວກ ແລະໂຮງຮຽນມັດທະຍົມຕອນຕົ້ນກຽນຟຸກ ດ້ວຍມູນຄ່າທັງໝົດ 80 ລ້ານດົ່ງ. ຄະນະຈັດຕັ້ງໄດ້ມອບເຂດລະຫຼິ້ນບັນເທີງທີ່ມີມູນຄ່າ 7 ລ້ານດົ່ງ, ຕົ້ນໄມ້ 3.000 ຕົ້ນ, ນ້ຳສີ 100 ລິດ... ໃຫ້ບັນດາໂຮງຮຽນຢູ່ເຂດຊາຍແດນແຄມທະເລ.
    |
 |
ຄະນະຈັດຕັ້ງໄດ້ມອບຂອງຂວັນໃຫ້ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ. ພາບ: qdnd.vn |
    |
 |
ຜູ້ແທນເຂົ້າຮ່ວມລາຍການປຸກລະດົມ “ເດືອນຊາວໜຸ່ມ, ເດືອນມີນາຢູ່ເຂດຊາຍແດນ”. ພາບ: qdnd.vn |
ໃນຂອບເຂດລາຍການ “ເດືອນຊາວໜຸ່ມ, ເດືອນມີນາຢູ່ເຂດຊາຍແດນ”, ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ, ຄື: ກວດ, ໃຫ້ຄໍາປຶກສາສຸຂະພາບ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນໃນບໍລິເວນກວ່າ 150 ຄົນ; ຕອບສະໜອງ “ລາຍການຈົ່ງເຮັດໃຫ້ທະເລສະອາດ” ເຊິ່ງໄດ້ດຶງດູດພະນັກງານ, ສະມາຊິກຊາວໜຸ່ມ 100 ກວ່າຄົນເຂົ້າຮ່ວມ, ເຮັດໃຫ້ເສັ້ນທາງແຄມຝັ່ງທະເລຍາວ 3 ກິໂລແມັດສະອາດ, ເກັບກຳ ແລະບຳບັດສິ່ງເສດເຫຼືອທຸກປະເພດເກືອບ 3 ໂຕນ.
    |
 |
ຈັດຕັ້ງການກວດພະຍາດ ແລະແຈກຢາຍຢາໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນແຄມທະເລ. ພາບ: qdnd.vn |
    |
 |
ພະນັກງານ, ສະມາຊິກຊາວໜຸ່ມ ເຂົ້າຮ່ວມການເຮັດອະນາໄມຢູ່ແຄມຝັ່ງທະເລ. ພາບ: qdnd.vn |
ລາຍການ “ເດືອນຊາວໜຸ່ມ, ເດືອນມີນາຢູ່ເຂດຊາຍແດນ” ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ ແລະແທດຈິງ ເພື່ອສະເຫຼີມສະຫຼອງ 36 ປີແຫ່ງວັນທົ່ວປວງຊົນປ້ອງກັນຊາຍແດນ (3-3-1989 / 3-3-2025), ສະເຫຼີມສະຫຼອງ 66 ປີແຫ່ງວັນມູນເຊື້ອທະຫານຊາຍແດນ (3-3-1959 / 3-3-2025), 94 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ (26-3-1931 / 26-3-2025), ຜ່ານນັ້ນເສີມຂະຫຍາຍກຳລັງແຮງໜຸ່ມ, ຈິດໃຈປະຈັນບານ, ຄວາມກະຕືລືລົ້ນຂອງພະນັກງານ, ສະມາຊິກຊາວໜຸ່ມ ແລະຊາວໜຸ່ມທະຫານຊາຍແດນນະຄອນຫາຍຟ່ອງ ໃນບັນດາການເຄື່ອນໄຫວພັດທະນາເສດຖະກິດ-ສັງຄົມ, ຮັກສາອະນາໄມສິ່ງແວດລ້ອມ, ເພື່ອຊີວິດປະຊາຄົມ.
ໂດຍ: ທະນາພອນ