ການເຕີບໂຕຢ່າງໜ້ອຍສຸດແມ່ນໃຫ້ໄດ້ 8%
ທີ່ກອງປະຊຸມ ຄັ້ງທີ 8, ວັນທີ 12 ພະຈິກ 2024, ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາມະຕິ ວ່າດ້ວຍແຜນພັດທະນາເສດຖະກິດ-ສັງຄົມ ປີ 2025 (ມະຕິເລກທີ 158/2024/QH15), ໃນນັ້ນໄດ້ກໍານົດຄາດໝາຍລະດັບເຕີບໂຕລວມຍອດຜະລິດຕະພັນພາຍໃນ (GDP) ປີ 2025 ແມ່ນປະມານ 6,5-7,0%, ສູ້ຊົນໃຫ້ບັນລຸປະມານ 7,0-7,5%.
ວັນທີ 27 ທັນວາ 2024, ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ປະກາດໃຊ້ໂທລະເລກທາງການສະບັບເລກທີ 140/CĐ-TTg ວ່າດ້ວຍການສູ້ຊົນໃຫ້ເສດຖະກິດເຕີບໂຕສອງຕົວເລກໃນ ປີ 2025. ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ສ້າງແຜນການເຕີບໂຕເພື່ອປະຕິບັດ, ສູ້ຊົນໃຫ້ບັນລຸລະດັບການເຕີບໂຕຢ່າງໜ້ອຍສຸດ ແມ່ນ 8% ໃນປີ 2025, ໃນເງື່ອນໄຂສະດວກນັ້ນ ສູ້ຊົນໃຫ້ການເຕີບໂຕບັນລຸສອງຕົວເລກ. ວັນທີ 8 ມັງກອນ 2025, ທີ່ກອງປະຊຸມລັດຖະບານ ກັບທ້ອງຖິ່ນ ແລະກອງປະຊຸມລັດຖະບານປະຈໍາເດືອນທັນວາ 2024, ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ສືບຕໍ່ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການໃຫ້ບຸລິມະສິດຊຸກຍູ້ການເຕີບໂຕຕິດພັນກັບສະຖຽນລະພາບເສດຖະກິດມະຫາພາກ, ຄວບຄຸມເງິນເຟີ້, ຮັບປະກັນຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ, ສູ້ຊົນໃຫ້ເຕີບໂຕຢ່າງໜ້ອຍສຸດແມ່ນ 8%.
ທີ່ກອງປະຊຸມຄະນະບໍລິຫານງານສູນກາງພັກ ຊຸດທີ XIII ທີ່ດໍາເນີນແຕ່ຕອນບ່າຍວັນທີ 23 ຫາວັນທີ 24 ມັງກອນ, ຄະນະບໍລິຫານງານສູນກາງພັກ ໄດ້ເປັນເອກະພາບກັບແຜນຮ່າງເພີ່ມເຕີມເປົ້າໝາຍເຕີບໂຕ GDP ປີ 2025 ແຕ່ 8% ຂຶ້ນໄປ ແລະໃຫ້ເຕີບໂຕສອງຕົວເລກໃນໄລຍະ 2026-2030. ຕາມ ທ່ານ ໂຕເລິມ ເລຂາທິການໃຫຍ່, ນີ້ແມ່ນເປົ້າໝາຍຕ້ອງສູ້ຊົນຈັດຕັ້ງປະຕິບັດ ເພື່ອໃຫ້ປະເທດເຮົາຫຼຸດພົ້ນອອກຈາກສະພາບກັບດັກລາຍຮັບປານກາງ (Middle Income Trap), ຮອດປີ 2030 ເປັນປະເທດພັດທະນາ ທີ່ມີອຸດສາຫະກໍາທັນສະໄໝ, ລາຍຮັບປານກາງສູງ, ຮອດປີ 2045 ກາຍເປັນປະເທດ ພັດທະນາ, ມີລາຍຮັບສູງ.
    |
 |
ພະນັກງານທະນາຄານການຄ້າຫຸ້ນສ່ວນກອງທັບ (MB) ແນະນໍາລູກຄ້ານໍາໃຊ້ການບໍລິການ. ພາບ: ຖຸ່ຍເລິມ. |
ວັນທີ 5 ກຸມພາ 2025, ທີ່ກອງປະຊຸມສາມັນປະຈໍາເດືອນມັງກອນ ປີ 2025, ລັດຖະບານ ໄດ້ຮັບຮອງເອົາມະຕິ ວ່າດ້ວຍເປົ້າໝາຍການເຕີບໂຕຂອງບັນດາຂະແໜງການ, ຂົງເຂດ, ທ້ອງຖິ່ນ ຮັບປະກັນໃຫ້ການເຕີບໂຕທົ່ວປະເທດ ປີ 2025 ໃຫ້ບັນລຸ 8% ຂຶ້ນໄປ (ມະຕິເລກທີ 25/NQ-CP). ໃນນັ້ນ, ລັດຖະບານ ໄດ້ຮຽກຮ້ອງມາຍັງບັນດາກະຊວງ, ຂະແໜງການ ແລະບັນດາທ້ອງຖິ່ນ ຮີບຮ້ອນສ້າງແຜນການເຕີບໂຕ ແລະເປັນເຈົ້າການປະຕິບັດບັນດາໜ້າທີ່, ມາດຕະການຕາມສິດອໍານາດ, ຂໍ້ສະເໜີແນະ, ສະເໜີມາດຕະການ ເພື່ອບັນລຸເປົ້າໝາຍການເຕີບໂຕໃນແຕ່ລະເດືອນ ສົ່ງໃຫ້ກະຊວງແຜນການ ແລະການລົງທຶນ ເພື່ອປະຕິບັດເປົ້າໝາຍການເຕີບໂຕໃນທົ່ວປະເທດ ປີ 2025 ໃຫ້ບັນລຸ 8% ຂຶ້ນໄປຢ່າງມີໄຊ, ສ້າງພື້ນຖານອັນໜັກແໜ້ນ ເພື່ອບັນລຸລະດັບເຕີບໂຕສອງຕົວເລກ ໃນໄລຍະ 2026-2030.
ທີ່ກອງປະຊຸມ ຄັ້ງທີ 42 ຂອງຄະນະປະຈໍາສະພາແຫ່ງຊາດ, ລັດຖະບານ ໄດ້ຍື່ນສະເໜີຕໍ່ຄະນະປະຈໍາສະພາແຫ່ງຊາດ ແຜນຮ່າງເພີ່ມເຕີມກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ປີ 2025. ຄະນະປະຈໍາສະພາແຫ່ງຊາດ ໄດ້ເປັນເອກະພາບຍື່ນສະເໜີຕໍ່ສະພາແຫ່ງຊາດ ພິຈາລະນາ, ດັດປັບຄາດໝາຍການເຕີບໂຕ GDP ປີ 2025 ຢູ່ກອງປະຊຸມວິສາມັນ ຄັ້ງທີ 9 ທີ່ ດໍາເນີນແຕ່ວັນທີ 12 ຫາວັນທີ 19 ກຸມພາ 2025 ນີ້.
ເຮັດແນວໃດ ເພື່ອໃຫ້ບັນລຸເປົ້າໝາຍການເຕີບໂຕຢ່າງໜ້ອຍສຸດແມ່ນ 8%
ການເຕີບໂຕ GDP ປີ 2025 ຢ່າງໜ້ອຍສຸດແມ່ນຕ້ອງໃຫ້ບັນລຸ 8% ແມ່ນ ໜ້າທີ່ໜັກໜ່ວງທີ່ສຸດ. ເຖິງຢ່າງໃດກໍຕາມ, ເມື່ອແລກປ່ຽນກັບສື່ມວນຊົນກ່ຽວກັບບັນຫານີ້, ການນໍາບັນດາກະຊວງ, ຂະແໜງການ ລ້ວນແຕ່ຢັ້ງຢືນວ່າ ເປົ້າໝາຍການເຕີບໂຕ ໄດ້ຍົກອອກມາບົນພື້ນຖານການຄົ້ນຄວ້າຢ່າງລະອຽດ ນັບທັງພື້ນຖານພຶດຕິກໍາຕົວຈິງ ແລະຄວາມສາມາດຈັດຕັ້ງປະຕິບັດ, ຂໍ້ສະດວກ ແລະຂໍ້ຫຍຸ້ງຍາກ.
ທ່ານ ເຈິ່ນກວກເຟືອງ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ໃຫ້ຮູ້ວ່າ: “ກະຊວງແຜນການ ແລະການລົງທຶນ ໄດ້ກະກຽມຮ່າງມະຕິຂອງລັດຖະບານ ເພື່ອຜັນຂະຫຍາຍປະຕິບັດໜ້າທີ່ການເຕີບໂຕເສດຖະກິດ. ເນື້ອໃນຫຼັກຂອງມະຕິແມ່ນຫັນໜ້າທີ່ການເຕີບໂຕແຕ່ 8% ຂຶ້ນໄປໃຫ້ເປັນລະອຽດ, ໃນນັ້ນ ໄດ້ມອບຄາດໝາຍການເຕີບໂຕລະອຽດໃຫ້ແຕ່ລະທ້ອງຖິ່ນໃນທົ່ວປະເທດ, ພ້ອມທັງກໍານົດບາງຄາດໝາຍຫຼັກ ທີ່ສະຫງວນໃຫ້ແກ່ບັນດາກະຊວງ, ຂະແໜງການຢູ່ຂັ້ນສູນກາງບົນພື້ນຖານສອດຄ່ອງກັບສະພາບການຕົວຈິງ, ຮັບປະກັນຄວາມເປັນໄປໄດ້. ກ່ຽວກັບທັດສະນະ ແລະຈິດໃຈໃນການຈັດຕັ້ງປະຕິບັດ, ເພື່ອໃຫ້ບັນລຸເປົ້າໝາຍການເຕີບໂຕແຕ່ 8% ຂຶ້ນໄປ, ພວກເຮົາ ຕ້ອງມີຄວາມຕັດສິນໃຈຢ່າງສູງສຸດ, ຕ້ອງມານະພະຍາຍາມໃຫ້ຫຼາຍ ແລະມີການກະທໍາຢ່າງຂ້ຽວຂາດ”.
ທ່ານ ດ່າວມິງຕູ໊ ຮອງຜູ້ວ່າການທະນາຄານແຫ່ງລັດຫວຽດນາມ ເນັ້ນໜັກທັດສະນະທີ່ວ່າ, ຢາກມີການເຕີບໂຕນັ້ນ ຕ້ອງມີການລົງທຶນ, ຢາກລົງທຶນ ນັ້ນ ຕ້ອງມີເງິນ. ປີ 2023, GDP ເຕີບໂຕເກືອບ 7% ນັ້ນ ສິນເຊື່ອເຕີບໂຕ 14,55%; ປີ 2024, GDP ເຕີບໂຕ 7,09% ນັ້ນ ສິນເຊື່ອເຕີບໂຕ 15,08%. ຄືແນວນັ້ນ, ສະເລ່ຍ, ສິນເຊື່ອເຕີບໂຕກວ່າ 2% ຈະຊ່ວຍໃຫ້ GDP ເຕີບໂຕ 1%. ສະນັ້ນ, ເພື່ອບັນລຸເປົ້າໝາຍການເຕີບໂຕເສດຖະກິດ 8%, ການເຕີບໂຕສິນເຊື່ອ ຕ້ອງບັນລຸປະມານ 16%; ເສດຖະກິດເຕີບໂຕ 10% ນັ້ນ ການເຕີບໂຕສິນເຊື່ອຕ້ອງບັນລຸລະດັບ 18-20%.
ເພື່ອປະກອບສ່ວນປະຕິບັດເປົ້າໝາຍການເຕີບໂຕເສດຖະກິດ, ທ່ານ ດ່າວມິງຕູ໊ ຖືວ່າ ຕ້ອງຮັບປະກັນການຊໍາລະໃຫ້ແກ່ພື້ນຖານເສດຖະກິດ, ທະນາຄານການຄ້າ; ຍູ້ແຮງການລະດົມທຶນ, ທຶນທີ່ບໍ່ທັນມີຈຸດປະສົງນຳໃຊ້ ດ້ວຍນະໂຍບາຍອັດຕາດອກເບ້ຍທີ່ເໝາະສົມ. ນອກຈາກນີ້, ທະນາຄານແຫ່ງລັດຫວຽດນາມ ກໍຈະສືບຕໍ່ຄຸ້ມຄອງອັດຕາດອກເບ້ຍໃຫ້ຄົງທີ່; ຊີ້ນໍາທະນາຄານການຄ້າ ສືບຕໍ່ຫຼຸດຜ່ອນອັດຕາດອກເບ້ຍ ດ້ວຍວິທີປະຢັດຄ່າໃຊ້ຈ່າຍ, ນໍາໃຊ້ເຕັກໂນໂລຊີຫຼຸດຜ່ອນຄ່າໃຊ້ຈ່າຍເພື່ອໜູນຊ່ວຍວິສາຫະກິດ ແລະປະຊາຊົນ.
ສະນັ້ນ, ເປົ້າໝາຍການເຕີບໂຕຢ່າງໜ້ອຍສຸດແມ່ນ 8% ໃນປີ 2025 ເຖິງວ່າ ແມ່ນໜ້າທີ່ໜັກໜ່ວງທີ່ສຸດກໍຕາມ, ແຕ່ບັນດາອົງການທີ່ກ່ຽວຂ້ອງ ໄດ້ຄົ້ນຄວ້າຢ່າງລະອຽດ ແລະເປັນເຈົ້າການຂຶ້ນແຜນ, ກະກຽມມາດຕະການຢ່າງລະອຽດ ເພື່ອຈັດຕັ້ງປະຕິບັດ. ເຊື່ອໝັ້ນວ່າ ໃນກອງປະຊຸມສະໄໝວິສາມັນ ຄັ້ງທີ 9, ແຜນຮ່າງເພີ່ມເຕີມກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ປີ 2025 ຈະໄດ້ຮັບການປຶກສາຫາລືຢ່າງລະອຽດຈາກສະພາແຫ່ງຊາດ ແລະຮັບຮອງເອົາບົນພື້ນຖານການໄຈ້ແຍກຢ່າງເລິກເຊິ່ງ, ຮອບດ້ານ ກ່ຽວກັບເງື່ອນໄຂ, ຄວາມສາມາດ, ຄວາມສະດວກ, ສິ່ງທ້າທາຍ, ຄວາມເປັນໄປໄດ້ ແລະມາດຕະການລະອຽດ ເພື່ອສ້າງຄວາມເຫັນດີເຫັນພ້ອມ, ການຕັດສິນໃຈສູງໃນທົ່ວລະບົບການເມືອງ. ພ້ອມກັນນັ້ນ, ພາຍຫຼັງໄດ້ຮັບການມອບໝາຍຕົວເລກຄາດໝາຍລະອຽດ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຈະຕ້ອງຕັ້ງໜ້າຈັດຕັ້ງປະຕິບັດ, ບົນເນື້ອໃນຈິດໃຈ “ບໍ່ໃຫ້ເວົ້າວ່າບໍ່, ບໍ່ໃຫ້ເວົ້າວ່າຍາກ, ບໍ່ໃຫ້ເວົ້າວ່າມີແຕ່ບໍ່ເຮັດ” ເພື່ອບັນລຸເປົ້າໝາຍລວມ, ສ້າງປະຖົມປັດໄຈ ເພື່ອໃຫ້ປະເທດຫວຽດນາມ ບັນລຸລະດັບການເຕີບໂຕສູງກວ່າ ໃນອາຍຸການຈະມາເຖິງ, ຜ່ານຜ່າສະພາບກັບດັກລາຍຮັບປານກາງສໍາເລັດຜົນ ແລະກາຍເປັນປະເທດພັດທະນາ, ມີລາຍຮັບສູງ ຕາມເປົ້າໝາຍ ເຊິ່ງ ພັກ ໄດ້ວາງອອກ.
ໂດຍ: ໄຊຊະນະ