ຊ່ວຍເຫຼືອລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ ກວ່າ 100.000 ຫຼັງ
ໄລ່ຮອດວັນທີ 07 ກຸມພາ, ທົ່ວປະເທດໄດ້ໃຫ້ການໜູນຊ່ວຍລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ 100.637 ຫຼັງ.
ຕາມກະຊວງແຮງງານ - ທະຫານເສຍອົງຄະ ແລະສັງຄົມ ຫວຽດນາມ ແລ້ວ, ໄລ່ຮອດວັນທີ 07 ກຸມພາ, ໄດ້ມີ 58/63 ທ້ອງຖິ່ນສ້າງຕັ້ງຄະນະຊີ້ນຳຂັ້ນແຂວງ ກ່ຽວກັບການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ. 5 ທ້ອງຖິ່ນທີ່ຍັງເຫຼືອ, ລວມມີ: ຮ່າໂນ້ຍ, ຫາຍຟ່ອງ, ກວ໋າງນິງ, ຫວິງຟຸກ, ບ່າເຣ້ຍ - ຫວູງເຕົາ ແມ່ນບໍ່ສ້າງຕັ້ງຄະນະຊີ້ນຳ ຍ້ອນປະຕິບັດສຳເລັດເປົ້າໝາຍດັ່ງກ່າວແລ້ວ. ໄລ່ຮອດວັນທີ 07 ກຸມພາ, ທົ່ວປະເທດໄດ້ໃຫ້ການໜູນຊ່ວຍລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ 100.637 ຫຼັງ. ໄລ່ຮອດເດືອນ ມັງກອນ ປີ 2025, ທ່ານນາຍົກລັດຖະມົນຕີ, ບັນດາກະຊວງ, ຂະແໜງການຂັ້ນສູນກາງ ໄດ້ປະກາດໃຊ້ເອກະສານ 16 ສະບັບເພື່ອຊີ້ນຳ, ແນະນຳການຈັດຕັ້ງຜັນຂະຫຍາຍເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໃນຂອບເຂດທົ່ວປະເທດ.
    |
 |
ການປະຕິບັດການລົບລ້າງເຮືອນຢູ່ຊົ່ວຄາວຢູ່ແຂວງ ບັກຢາງ. ພາບ: baotintuc.vn |
ມີຫຼາຍທ້ອງຖິ່ນໄດ້ວາງເປົ້າໝາຍປະຕິບັດການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໃຫ້ສຳເລັດກ່ອນວັນທີ 31 ທັນວາ 2025 ເຊິ່ງເປັນກຳນົດເວລາທີ່ໄດ້ວາງອອກ. ໃນນັ້ນ, ມີ 7 ທ້ອງຖິ່ນຢັ້ງຢືນປະຕິບັດສຳເລັດໃນໄຕມາດທີ II/2025, 12 ທ້ອງຖິ່ນຢັ້ງຢືນປະຕິບັດສຳເລັດໃນໄຕມາດທີ III/2025. ໃນວິວັດການຜັນຂະຫຍາຍ, ມີຫຼາຍທ້ອງຖິ່ນໄດ້ມີວິທີເຮັດທີ່ມີຫົວຄິດປະດິດສ້າງ.
ແຫຼ່ງຄັດຈາກ: vovworld.vn