ໄຂງານບຸນວິຫານເຈີນ ຢູ່ແຂວງທາຍບິ່ງ ປີ 2025
ກປ.ອອນໄລ - ປີນີ້ງານບຸນແມ່ນດຳເນີນແຕ່ວັນທີ 10-14 ກຸມພາ (ກົງກັບວັນທີ 13 -17 ເດືອນຈຽງປີມະເສັງ) ຕາມຂອບຂະຫນາດຂັ້ນແຂວງ, ດ້ວຍການເຄື່ອນໄຫວຫລາຍຢ່າງຄື: ພິທີຖະຫວາຍເຄື່ອງບູຊາ ແລະຈູດທູບທຽນ, ພິທີແຫ່ນ້ຳ, ພິທີຕີກາ, ບັນດາການເຄື່ອນໄຫວວັດທະນະທຳ, ກິລາ, ການລະຫລິ້ນພື້ນເມືອງ.
ຕອນຄ່ຳວັນທີ 10 ກຸມພາ, ແມ່ນກົງກັບວັນທີ 13 ເດືອນຈຽງປີມະເສັງ, ຢູ່ເຂດປູຊະນີຍະສະຖານແຫ່ງຊາດ ພິເສດ ເຂດສຸສານ ແລະວິຫານບູຊາບັນດາເຈົ້າຊີວິດໃນສະໄຫມລາຊະວົງເຈີນ (ຕາແສງ ຕຽນດຶກ ເມືອງ ຮຶງຫ່າ ແຂວງ ທາຍບິ່ງ), ຄະນະກຳມະການປະຊາຊົນແຂວງ ທາຍບິ່ງ ໄດ້ໄຂງານບຸນວິຫານເຈີນປີ 2025.
    |
 |
ທ່ານ ເຈິ່ນກວັກເວື້ອງ, ອະດີດກຳມະການກົມການເມືອງ, ອະດີດຜູ້ປະຈຳການຄະນະເລຂາສູນກາງພັກ ຕີກ້ອງໄຂງານບຸນ. ພາບ: ສໍານັກຂ່າວສານຫວຽດນາມ |
ປີນີ້ງານບຸນແມ່ນດຳເນີນແຕ່ວັນທີ 10-14 ກຸມພາ (ກົງກັບວັນທີ 13 -17 ເດືອນຈຽງປີມະເສັງ) ຕາມຂອບຂະຫນາດຂັ້ນແຂວງ, ດ້ວຍການເຄື່ອນໄຫວຫລາຍຢ່າງ, ຄື: ພິທີຖະຫວາຍເຄື່ອງບູຊາ ແລະຈູດທູບທຽນ, ພິທີແຫ່ນ້ຳ, ພິທີຕີກາ, ບັນດາການເຄື່ອນໄຫວວັດທະນະທຳ, ກິລາ, ການລະຫລິ້ນພື້ນເມືອງ..
ພິທີຕີກາແມ່ນຫນຶ່ງໃນບັນດາການເຄື່ອນໄຫວສຳຄັນທີ່ສຸດຂອງງານບຸນ. ຕາມປະເພນີແລ້ວ, ຕີກາ ໄດ້ແຈກຢາຍໃຫ້ປະຊາຊົນ ດ້ວຍຄວາມປາດຖະຫນາຢາກໃຫ້ປະຊາຊົນມີໂຊກມີໄຊໃນປີໃຫມ່. ນອກນັ້ນ ໃນບັນດາມື້ດຳເນີນງານບຸນ ຍັງຈັດການເຄື່ອນໄຫວດ້ານວັດທະນະທຳ, ກິລາ, ການລະຫລິ້ນພື້ນເມືອງຕ່າງໆອີກດ້ວຍ.
ໂດຍ: ກວຽດເຕິມ