ຈາກການຜະລິດກະສິກໍາໄປສູ່ການພັດທະນາເສດຖະກິດກະສິກໍາ

ນັກຂ່າວ: ຮຽນລັດຖະມົນຕີ, ຜະລິດຕະພັນກະສິກໍາຂອງຫວຽດນາມ ນັບມື້ນັບຢັ້ງຢືນອິດທິພົນຊື່ສຽງ, ຄຸນນະພາບຢູ່ຕະຫຼາດໂລກ. ສະນັ້ນທ່ານລັດຖະມົນຕີໃຫ້ຮູ້ກ່ຽວກັບຍຸດທະສາດ, ເປົ້າໝາຍໃນໄລຍະຈະມາເຖິງແດ່ ເພື່ອໃຫ້ຜະລິດຕະພັນກະເສດຂອງຫວຽດນາມ ນັບມື້ນັບບືນໄປໄກ ແລະເສີມຂະຫຍາຍຄຸນຄ່າເສດຖະກິດສູງກວ່າອີກ?

ທ່ານ ເລມິງຮວານ ລັດຖະມົນຕີກະຊວງກະສິກຳ ແລະພັດທະນາຊົນນະບົດ: ປີ 2024 ເປັນປີທີ່ມີຂີດໝາຍໄຊຊະນະຢ່າງໃຫຍ່ຫຼວງກ່ຽວກັບການນໍາເຂົ້າສົ່ງອອກຜະລິດຕະພັນກະເສດຂອງຫວຽດນາມ. ເຖິງຢ່າງໃດກໍ່ຕາມ, ຍັງມີຄວາມສ່ຽງກ່ຽວກັບຕະຫຼາດ ແລະບັນດາຄຸນຄ່າຄວາມສາມາດບົ່ມຊ້ອນເຊິ່ງພວກເຮົາຍັງບໍ່ທັນຂຸດຄົ້ນໄດ້ໝົດ. ແມ່ນແທ້ພວກເຮົາສາມາດເຮັດດີກວ່າຖ້າມີລະບົບນິເວດຢ່າງຄົບຖ້ວນ. ຂ້າພະເຈົ້າ ເຄີຍກ່າວເຕືອນວ່າ ຢ່າເຫັນວ່າພວກເຮົາສົ່ງສິນຄ້າອອກບາງຖ້ຽວແລ້ວຄິດວ່າຄອງຕະຫຼາດໜຶ່ງໄດ້ແລ້ວ. ພວກເຮົາສົ່ງອອກໝາກຖົ່ວລຽນສໍາເລັດຜົນນັ້ນ ໄທກໍ່ສາມາດເຮັດໄດ້, ມາເລເຊຍກໍ່ສາມາດເຮັດໄດ້... ບັນດາຜະລິດຕະພັນອື່ນກໍ່ເຊັ່ນດຽວກັນ. ສະນັ້ນ, ເພື່ອຜົນສໍາເລັດນັ້ນຂະແໜງກະສິກໍາ ຫຼືລະອຽດແມ່ນແຕ່ລະວິສາຫະກິດກະສິກໍາ, ຊາວກະສິກອນຕ້ອງມີແງ່ມູມລະດັບຊາດ. ກໍ່ສ້າງເຄື່ອງໝາຍການຄ້າຜະລິດຕະພັນກະເສດຫວຽດນາມ ແມ່ນກໍ່ສ້າງຮູບພາບແຫ່ງຊາດບໍ່ພຽງແຕ່ເພື່ອມຸ່ງເຖິງກໍາໄລແຕ່ຢ່າງດຽວ.

leftcenterrightdel
ທ່ານ ເລມິງຮວານ ລັດຖະມົນຕີກະຊວງກະສິກຳ ແລະພັດທະນາຊົນນະບົດຫວຽດນາມ. ພາບ: ຫງິງຊວຽນ

ນັກຂ່າວ: ປີ 2024, ເຖິງວ່າຂະແໜງກະສິກໍາໄດ້ຮັບຜົນເສຍຫາຍຢ່າງໃຫຍ່ຫຼວງຍ້ອນພາຍຸລູກທີ 3 ແຕ່ໝາກຜົນຍັງລື່ນກາຍແຜນການທີ່ວາງອອກ. ລັດຖະມົນຕີສາມາດແບ່ງປັນບົດຮຽນໃນການຄຸ້ມຄອງ, ບໍລິຫານເພື່ອໃຫ້ຂະແໜງກະສິກໍາບັນລຸໝາກຜົນຄືແນວນັ້ນ?

ທ່ານ ເລມິງຮວານ ລັດຖະມົນຕີກະຊວງກະສິກຳ ແລະພັດທະນາຊົນນະບົດ: ທໍາອິດ, ພວກເຮົາຕ້ອງຮັບຮູ້ ແລະເຄົາລົບຊາວກະສິກອນຜູ້ອອກແຮງງານທຳການຜະລິດຢູ່ທົ່ງນາ-ເຊິ່ງເປັນຜູ້ຜະລິດໝາກຜົນອອກໂດຍກົງເປັນໜ້າເອກອ້າງທະນົງໃຈຂອງຂະແໜງກະສິກໍາປີ 2024 ກໍ່ຄືຫຼາຍປີຜ່ານມາ. ຖ້າຫາກບໍ່ມີພໍ່ແມ່ປະຊາຊົນຊາວກະສິກອນ, ພວກເຮົາບໍ່ສາມາດບັນລຸໄດ້ໄຊຊະນະໃດ. ກະຊວງກະສິກໍາ-ພັດທະນາຊົນນະບົດ ຫຼື ບັນດາກະຊວງ, ຂະແໜງການພຽງແຕ່ແມ່ນສູນສ້າງການເຊື່ອມຕໍ່ໃນວຽກງານຄຸ້ມຄອງ, ໜູນຊ່ວຍພໍ່ແມ່ປະຊາຊົນ. ຖ້າເວົ້າເຖິງບົດຮຽນນັ້ນແມ່ນຄວາມຂະຫຍັນຂັນເຄື່ອນຂອງທ້ອງຖິ່ນ, ພິເສດແມ່ນການເຂົ້າຮ່ວມໂດຍກົງ ແລະຕັ້ງໜ້າຂອງພໍ່ແມ່ປະຊາຊົນຊາວກະສິກອນ.

ສິ່ງທີ່ເປັນຕາເວົ້າເຖິງແມ່ນຊາວກະສິກອນຂອງພວກເຮົາຄ່ອຍໆປ່ຽນແປງຈິນຕະນາການຈາກການຜະລິດກະສິກໍາແຕ່ຢ່າງດຽວເປັນການພັດທະນາເສດຖະກິດກະສິກໍາ. ສ່ວນອໍານາດການປົກຄອງທ້ອງຖິ່ນຄືໃນປະຈຸບັນບໍ່ໄດ້ຊີ້ນໍາການຜະລິດອີກເຊິ່ງຕ້ອງໃຫ້ການໜູນຊ່ວຍ, ເຊື່ອມຕໍ່ຕະຫຼາດບໍລິໂພກຜະລິດຕະພັນກະເສດ. ນີ້ຈື່ງແມ່ນອັນສໍາຄັນໃນກະສິກໍາ. ແຕ່ກ່ອນພວກເຮົາສຸມໃສ່ແຕ່ການຊີ້ນໍາ, ໜູນຊ່ວຍພໍ່ແມ່ປະຊາຊົນຜະລິດຜະລິດຕະພັນກະເສດອອກຫຼາຍປະເພດ, ເພີ່ມປະລິມານການຜະລິດສິນຄ້າເທົ່ານັ້ນແຕ່ຍັງບໍ່ທັນໄດ້ເອົາໃຈໃສ່ເຖິງຕະຫຼາດ.

ພ້ອມກັນນ້ັນ, ພວກເຮົາໄດ້ເລິ່ມເຂົ້າໃຈວ່າ ຕະຫຼາດມີຫຼາຍຮູບຫຼາຍແບບທີ່ສຸດ, ແຕ່ລະຕະຫຼາດມີລົດນິຍົມ, ມີຄວາມຮຽກຮ້ອງກ່ຽວກັບມາດຕະການ, ມາດຕະຖານ, ຮົ້ວເຕັກນິກຕ່າງກັນ. ບັນດາຂໍ້ມູນຈາກກະຊວງກະສິກໍາ-ພັດທະນາຊົນນະບົດ, ກະຊວງອຸດສາຫະກໍາ, ກະຊວງການຕ່າງປະເທດ... ສົ່ງໃຫ້ທ້ອງຖິ່ນຢ່າງທັນການ. ບັນດາທ້ອງຖິ່ນແຈ້ງໃຫ້ພໍ່ແມ່ປະຊາຊົນຊາວກະສິກອນ. ເປັນທີ່ຈະແຈ້ງແລ້ວວ່າ ຈິນຕະນາການຜະລິດຕາມຕະຫຼາດຂອງພໍ່ແມ່ປະຊາຊົນຊາວກະສິກອນນັບມື້ນັບດີຂຶ້ນກວ່າເກົ່າ.

ກະສິກໍາໝູນວຽນ ແລະເລື່ອງເປີດກວ້າງຂົງເຂດການຮ່ວມມື

ນັກຂ່າວ: ບັນດານັກຊ່ຽວຊານຖືວ່າ ຂະແໜງກະສິກໍາຍັງມີຄວາມສາມາດບົ່ມຊ້ອນພັດທະນາຫຼາຍຢ່າງ, ທ່ານລັດຖະມົນຕີຄິດແນວໃດກ່ຽວກັບຄວາມເຫັນນີ້?

ທ່ານ ເລມິງຮວານ ລັດຖະມົນຕີກະຊວງກະສິກຳ ແລະພັດທະນາຊົນນະບົດ: ກະສິກໍາຂອງພວກເຮົາເຖິງວ່າຍັງມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍກໍ່ຕາມແຕ່ພວກເຮົາມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາ. ບັນຫາແມ່ນພວກເຮົາຈະເຮັດຫຍັງ, ເຮັດຄືແນວໃດເພື່ອປຸກລຸກ ຄວາມສາມາດບົ່ມຊ້ອນຂອງຂະແໜງນີ້. ຢາກເຮັດໄດ້ຄືແນວນັ້ນ, ພວກເຮົາຕ້ອງສືບຕໍ່ຍູ້ແຮງການກໍ່ສ້າງພື້ນຖານກະສິກໍາໝູນວຽນ. ຍ້ອນມູນຄ່າໝູນວຽນໃນກະສິກໍາໃໝ່ຫາກໍ່ໄດ້ເລີ່ມປະຕິບັດ.

leftcenterrightdel
ຕະຫຼາດໝາກໄມ້ໄດ້ຈັດຕັ້ງຢູ່ນະຄອນໂຮ່ຈີມິນ. ພາບ: ຢຽບແອງ

ນັກຂ່າວ: ສະນັ້ນ ເພື່ອປະກອບສ່ວນເຂົ້າໃນວິວັດການນໍາປະເທດໃຫ້ນັບມື້ນັບຮັ່ງມີເຂັ້ມແຂງນັ້ນຂະແໜງກະສິກໍາ ແລະພັດທະນາຊົນນະບົດ ຈະຕ້ອງເຮັດຫຍັງແດ່, ຂໍຮຽນທ່ານລັດຖະມົນຕີ?

ທ່ານ ເລມິງຮວານ ລັດຖະມົນຕີກະຊວງກະສິກຳ ແລະພັດທະນາຊົນນະບົດ: ຖ້າເວົ້າກ່ຽວກັບເປົ້າໝາຍການເຕີບໂຕຂອງຂະແໜງກະສິກໍານັ້ນ ມາຮອດຈຸດເວລານີ້, ພວກເຮົາໄດ້ລື່ນກາຍເປົ້າໝາຍຂອງທັງອາຍຸການ.

ພວກເຮົາຍອມຮັບພຽງແຕ່ຂຸດຄົ້ນອັນທີ່ຕົນເອງພວມມີບໍ່? ເປັນຫຍັງພວກເຮົາບໍ່ຄິດໃໝ່, ບືນຕົວອອກສູ່ສາກົນ, ຮ່ວມມືກັບບັນດາປະເທດອື່ນເພື່ອຜະລິດກະສິກໍາ (ປູກຝັງ, ລ້ຽງສັດ) ຢູ່ປະເທດເຂົາເຈົ້າ?

ຢູ່ໃກ້ກວ່າໝູ່ແມ່ນລາວ, ກໍາປູເຈຍ, ໄກກວ່າອີກແມ່ນບັນດາປະເທດອະຟຣີກາ. ບັນດາປະເທດນີ້ສືບຕໍ່ຕັ້ງບັນຫາກັບຫວຽດນາມ ໃນການຮ່ວມມື, ໜູນຊ່ວຍ, ຊ່ວຍພັດທະນາກະສິກໍາ. ຖ້າຫາກພວກເຮົາຜະລິດຢູ່ຫວຽດນາມ ແລ້ວຂົນສົ່ງຜະລິດຕະພັນໄປປະເທດນັ້ນ ຄ່າໃຊ້ຈ່າຍຈະສູງກວ່າ. ແຕ່ຖ້າຫາກພວກເຮົາຮ່ວມມືກັບບັນດາປະເທດທີ່ກ່າວມານັ້ນ, ປູກເຂົ້າ, ລ້ຽງສັດ, ປູກຕົ້ນໄມ້ກິນໝາກ, ປູກປ່າ... ຢູ່ປະເທດນັ້ນ, ແລ້ວຂາຍຢູ່ຫັ້ນເລີຍ, ຮູບແບບການສົ່ງອອກຢູ່ກັບທີ່ນັ້ນປະສິດທິຜົນຈະດີກວ່າ.

ຕາມຂ້າພະເຈົ້າແລ້ວ, ພວກເຮົາຕ້ອງມີຈິນຕະນາການ, ມີຄວາມຄິດຍູ້ແຮງການຮ່ວມມືເສດຖະກິດອອກສູ່ຕ່າງປະເທດ. ເຮັດແນວໃດ ເພື່ອເຊື່ອມຕໍ່ສ້າງຄຸນຄ່າຫຼາຍຊັ້ນຫຼາຍກວ່າແຕ່ພວກເຮົາຈິນຕະນາການວ່າ ຂະແໜງດຽວນັ້ນມີຄຸນຄ່າຕໍ່າ, ຈະພາດໂອກາດ.

ນີ້ແມ່ນບັນຫາໃຫຍ່ທີ່ສຸດ, ຂ້າພະເຈົ້າໄດ້ລາຍການສະພາທິດສະດີສູນກາງ, ພ້ອມທັງນໍາສະເໜີການນໍາທຸກຂັ້ນທີ່ມີສິດອໍານາດຄົ້ນຄວ້າ, ພິຈາລະນາເອົາເຂົ້າໃນບົດລາຍງານ ແລະຮ່າງມະຕິຂອງກອງປະຊຸມໃຫຍ່ພັກສະໄໝທີ່ຈະມາເຖິງນີ້.

ຂໍຂອບໃຈທ່ານລັດຖະມົນຕີ!

ໂດຍ: ໄຊນີດາ