ໂຄງການດັ່ງກ່າວມີຂະໜາດການກໍ່ສ້າງ 2 ສາຍສົ່ງໄຟຟ້າ 220kV ຈາກສະຖານີປັບໄຟຟ້າ 220kV  ຈາກ ໂດເລືອງ ຮອດສະຖານີປັບໄຟຟ້າ 220kV ນາມເກີ໊ມ ດ້ວຍລວງຍາວປະມານ 37 ກິໂລແມັດ.

ທີ່ການຜັນຂະຫຍາຍການລົງມືກໍ່ສ້າງ, ທ່ານ ເລຊວັນຮວ່າ, ຜູ້ອໍານວຍການຄະນະຄຸ້ມຄອງໂຄງການກິດຈະກໍາໄຟຟ້າພາກກາງໃຫ້ຮູ້ວ່າ: ນີ້ແມ່ນໂຄງການທີ່ມີຄວາມໝາຍສຳຄັນເພື່ອແນໃສ່ຮັບປະກັນການສະໜອງໄຟຟ້າໃຫ້ແກ່ແຂວງເງະອານ. ນີ້ແມ່ນເຂດພັດທະນາເສດຖະກິດທີ່ຟົດຟື້ນຂອງແຂວງ ແລະມີລະດັບການເຕີບໂຕດ້ານໄຟຟ້າໄວວາ, ພ້ອມທັງຮັບໃຊ້ການປ່ອຍແຫຼ່ງບັນຈຸໄຟຟ້າຈາກລາວ ໄປຍັງຫວຽດນາມ ຕາມຄຳໝັ້ນສັນຍາຂອງລັດຖະບານສອງປະເທດ.

ຍ້ອນເຫດນັ້ນ, CPMB ຮຽກຮ້ອງໃຫ້ບັນດາຫົວໜ່ວຍໃນວິວັດການກໍ່ສ້າງຕ້ອງປະຕິບັດຕາມການກໍານົດດ້ານເຕັກນິກ, ຂັ້ນຕອນ, ລະບຽບການກໍ່ສ້າງຢ່າງເຂັ້ມງວດ; ຄຸ້ມຄອງວຽກງານຄວາມປອດໄພ, ສຸຂະອະນາໄມໃນການແຮງງານ,   ສິ່ງແວດລ້ອມເປັນຢ່າງດີ; ຮັບປະກັນຄຸນນະພາບຂອງກິດຈະກໍາກໍ່ສ້າງ.

leftcenterrightdel
ບັນດາຜູ້ແທນປະຕິບັດພິທີກໍາຜັນຂະຫຍາຍການລົງມືກໍ່ສ້າງໂຄງການ. ພາບ: EVNNPT

ຜູ້ອໍານວຍການ CPMB ຮຽກຮ້ອງໃຫ້ບັນດາຫົວໜ່ວຍກໍ່ສ້າງ ແລະຫົວໜ່ວຍໃຫ້ຄໍາປຶກສາ, ຕິດຕາມກວດກາເສີມຂະຫຍາຍຈິດໃຈ “ສາຍໄຟຟ້າ 500kV ວົງຈອນທີ 3” ເພີ່ມທະວີ ແລະລະດົມກໍາລັງ, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາຫົວໜ່ວຍຄຸ້ມຄອງໂຄງການ ແລະຫົວໜ່ວຍທີ່ກ່ຽວຂ້ອງລົງມືກໍ່ສ້າງຮັບປະກັນຄຸນນະພາບ, ຖືກກັບຄວາມຄືບໜ້າ, ສູ້ຊົນກໍ່ສ້າງໃຫ້ສໍາເລັດໃນປີ 2025 ຕາມການຊີ້ນໍາຂອງ EVNNPT.

ຜູ້ຕາງໜ້າຫົວໜ່ວຍກໍ່ສ້າງຍັງໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະລະດົມແຫຼ່ງກຳລັງຢ່າງສຸດຂີດເພື່ອເລັ່ງຄວາມຄືບໜ້າຂອງໂຄງການ, ພ້ອມທັງຫວັງວ່າ ໃນວິວັດການຜັນຂະຫຍາຍ, ໂຄງການຈະໄດ້ຮັບການສົມທົບກັນຢ່າງແໜ້ນແຟ້ນຈາກອຳນາດການປົກຄອງທ້ອງຖິ່ນ ແລະປະຊາຊົນໃນການປະຕິບັດການບຸກເບີກໜ້າພຽງ ເພື່ອໃຫ້ຜູ້ຮັບເໝົາເລັ່ງຄວາມຄືບໜ້າ ແລະຕອບສະໜອງຄວາມຕ້ອງການໄຟຟ້າຂອງແຂວງເງະອານ. ເມື່ອກໍ່ສ້າງສຳເລັດ, ໂຄງການຈະຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານໄຟຟ້າຂອງພາກກາງ,  ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງແຂວງເງະອານ.

ໂດຍ: ທູຈາງ