ຫວ່າງແລ້ວນີ້, “ຄະນະປະຕິບັດງານຜັນຂະຫຍາຍ Korea Plus ຢູ່ຫວຽດນາມ ແລະ Viet Nam Plus ຢູ່ ສ.ເກົາຫຼີ (Vietnam-Korea Plus Joint Working Group)” ໄດ້ຈັດຕັ້ງກອງປະຊຸມທາງອອນລາຍ ຄັ້ງທີ 3, ສຸມໃສ່ເປີດກວ້າງການຮ່ວມມືເພື່ອປະຕິບັດເປົ້າໝາຍຍົກວົງເງິນການຄ້າສອງຝ່າຍຂຶ້ນເຖິງ 150 ຕື້ໂດລາສະຫະລັດໃນປີ 2030.

leftcenterrightdel
ທ່າເຮືອຂົນສົ່ງສິນຄ້າ Busan, ສ.ເກົາຫຼີ. ພາບ: ສໍານັກຂ່າວສານຫວຽດນາມ

ຝ່າຍ ສ.ເກົາຫຼີ ມີທ່ານ Kim Jong Cheol ຫົວໜ້າກົມຮ່ວມມືດ້ານການຄ້າ, ຝ່າຍຫວຽດນາມ ມີທ່ານ ໂດກ໊ວກຮືງ ຫົວໜ້າກົມຕະຫຼາດ ອາຊີ - ອາຟຣິກາ (ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ).  2 ຝ່າຍໄດ້ທົບທວນຄືນສະພາບການການຄ້າ ແລະການລົງທຶນ ແລະແລກປ່ຽນຄຳຄິດຄຳເຫັນກ່ຽວກັບບັນດາບັນຫາເສດຖະກິດໃນໄລຍະມໍ່ໆມານີ້ເຊັ່ນ: ຜົນກະທົບຈາກເລື່ອງປະທານາທິບໍດີອາເມລິກາ Donald Trump ຮັບດຳລົງຕຳແໜ່ງ ແລະສະພາບການສະຫນອງເຫຼືອເກີນທົ່ວໂລກ.

ນອກຈາກນັ້ນ, ເຈົ້າໜ້າທີ່ທັງສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບແຜນການຮ່ວມມືໃນຫຼາຍຂົງເຂດ, ລວມທັງການຮ່ວມມືໃນການກໍ່ສ້າງໂຮງງານໄຟຟ້ານິວເຄຼຍ ແລະການແກ້ໄຂຄວາມຫຍຸ້ງຍາກຂອງວິສາຫະກິດ.

ຄະນະປະຕິບັດງານຜັນຂະຫຍາຍ Korea Plus ຢູ່ຫວຽດນາມ ແລະ Viet Nam Plus ທີ່ສ.ເກົາຫຼີ ແມ່ນກົນໄກຮ່ວມມືເພື່ອໃຫ້ລັດຖະບານ, ກະຊວງການຄ້າ ແລະບັນດາອົງການຈັດຕັ້ງໜູນຊ່ວຍການຄ້າຂອງສອງປະເທດປຶກສາຫາລືກ່ຽວກັບວິທີການເປີດກວ້າງການຄ້າ ແລະການລົງທຶນ ເພື່ອນໍາວົງເງິນການຄ້າສອງຝ່າຍຂຶ້ນເຖິງ 150 ຕື້ໂດລາສະຫະລັດໃນປີ 2030. ນີ້ແມ່ນເປົ້າໝາຍເຊິ່ງການນໍາຂັ້ນສູງຫວຽດນາມ ແລະສ.ເກົາຫຼີໄດ້ຮັບຮອງເອົາເມື່ອປີ 2022.

ໂດຍ: ໄຊນີດາ