ທ່ານ ຫງວຽນວັນກວາງ ກໍາມະການສູນກາງພັກ, ເລຂາພັກນະຄອນດ່ານັງ; ທ່ານ ຫງວຽນດິ່ງວິງ ຮອງເລຂາຜູ້ປະຈໍາການຄະນະພັກນະຄອນດ່ານັງ; ພ້ອມກັບບັນດາສະຫາຍການນໍານະຄອນດ່ານັງ ແລະພະນັກງງານ, ສະມາຊິກພັກ... ກວ່າ 500 ຄົນຂອງບັນດາກົມກອງຂຶ້ນກັບກຸ່ມແຂ່ງຂັນເຂົ້າຮ່ວມພິທີປຸກລະດົມ.

leftcenterrightdel
ທ່ານ ເລວັນຈູງ ກຳມະການຄະນະປະຈຳຄະນະພັກນະຄອນ, ປະທານຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນດ່ານັງ ກ່າວຄໍາເຫັນທີ່ພິທີ. ພາບ: qdnd.vn

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີປຸກລະດົມ. ພາບ: qdnd.vn

ກ່າວຄໍາເຫັນທີ່ພິທີ, ທ່ານ ເລວັນຈູງ ກຳມະການຄະນະປະຈຳຄະນະພັກນະຄອນ, ປະທານຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນດ່ານັງ ຮຽກຮ້ອງບັນດາຫົວໜ່ວຍ, ພະນັກງານ, ສະມາຊິກສະມາຄົມ, ສະມາຊິກຊາວໜຸ່ມ ແລະປະຊາຊົນທຸກຊັ້ນວັນນະຕັ້ງໜ້າເຂົ້າຮ່ວມການປູກຕົ້ນໄມ້ຂຽວ, ຍູ້ແຮງການໂຄສະນາຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບຄວາມໝາຍຂອງບຸນເຕັດປູກຕົ້ນໄມ້, ປະກອບສ່ວນກໍ່ສ້າງນະຄອນດ່ານັງ ແລະຫວຽດນາມ ສີຂຽວ, ສະອາດ, ຄວາມງາມ.

leftcenterrightdel
ກຸ່ມບັນດາອົງການພັກ, ແນວໂຮມປະເທດຊາດ ແລະບັນດາອົງການຈັດຕັ້ງການເມືອງ-ສັງຄົມນະຄອນດ່ານັງ ມອບສັນຍາລັກຕົ້ນໝາກຟ້າວ 175 ຕົ້ນທີ່ມີມຸນຄ່າກວ່າ 450 ລ້ານດົ່ງໃຫ້ຄະນະກໍາມະການປະຊາຊົນນະຄອນ. ພາບ: qdnd.vn

ໃນຂອບເຂດລາຍການ, ກຸ່ມບັນດາອົງການຈັດຕັ້ງພັກ, ແນວໂຮມປະເທດຊາດ ແລະບັນດາອົງການຈັດຕັ້ງການເມືອງ-ສັງຄົມນະຄອນດ່ານັງ ມອບຕົ້ນໝາກຟ້າວ 175 ຕົ້ນທີ່ມີຍອດມຸນຄ່າ 450 ກວ່າລ້ານດົ່ງໃຫ້ຄະນະກໍາມະການປະຊາຊົນນະຄອນ.

leftcenterrightdel
ທະຫານ, ຊາວນະຄອນດ່ານັງ ພ້ອມກັນປູກຕົ້ນໄມ້ທີ່ລາຍການ. ພາບ: qdnd.vn

ທ່ານ ຫງວຽນວັນຝີ, ປະທານສະມາຄົມນັກຮົບເກົ່າຕາແສງທໍ້ກວາງ ແບ່ງປັນວ່າ: “ໃນຊຸມປີຜ່ານມາ, ຂ້າພະເຈົ້າຕອບສະໜອງລາຍການບຸນເຕັດປູກຕົ້ນໄມ້ ແລະສະມາຄົມນັກຮົບເກົ່າຂັ້ນເທິງມອບໃຫ້ເລື່ອງຜັນຂະຫຍາຍການປູກຕົ້ນໄມ້ຫຼາຍສວນ.

ພວກຂ້າພະເຈົ້າຮັບປະກັນວ່າ ໃນໄລຍະຈະມາເຖິງຈະສືບຕໍ່ເສີມຂະຫຍາຍວຽກນີ້, ເພື່ອສ້າງທິວທັດທີ່ສວຍງາມໃຫ້ນະຄອນ, ທັງມີຮົ່ມ, ທັງເຂົ້າຮ່ວມການປົກປັກຮັກສາສິ່ງແວດລ້ອມລວມ”.

ໂດຍ: ໄຊນີດາ