ຢູ່ສິງກະໂປ, ໃນສອງວັນທີ 7-8 ກຸມພາ, ໄດ້ດໍາເນີນງານບຸນແຫ່ຂະບວນ Chingay Parade 2025 ດ້ວຍຫົວຂໍ້ “ຄວາມມ່ວນຊື່ນ” ເພື່ອເຊີດຊູຄວາມສະໜິດແໜ້ນລະຫວ່າງບັນດາວົງຄະນະຍາດ, ລຸ້ນ ແລະພື້ນຖານວັດທະນະທໍາ. ວົງຄະນະຍາດຊາວຫວຽດນາມ ຢູ່ສິງກະໂປ ເຂົ້າຮ່ວມເຫດການດ້ວຍຈຸດພົ້ນເດັ່ນແມ່ນອາຫານ, ຄື: ເຝີ, ເຂົ້າຈ່ີ… ທີ່ມີຄວາມນິຍົມຢູ່ສິງກະໂປ.

leftcenterrightdel
ລາຍການສະແດງສິລະປະຢູ່ເຫດການ. ພາບ: ສໍານັກຂ່າວສານຫວຽດນາມ

ສະມາຄົມຊາວສິງກະໂປ ຈັດຕັ້ງປະຈໍາປີ, Chingay Parade ປີນີ້ມີການເຂົ້າຮ່ວມຂອງນັກສິລະປິນກວ່າ 4.000 ຄົນ, ດຶງດູດຜູ້ຊົມປະມານ 20.000 ຄົນ. ບັນດານັກສິລະປິນສະແດງຊຸດອາພອນຕາມຫົວຂໍ້ອາຫານພ້ອມກັບຊຸດອາພອນທີ່ເປັນມູນເຊື້ອຂອງແຕ່ລະຊາດ.

ການພົບປະວົງຄະນະຍາດຊາວຫວຽດນາມ ຢູ່ສິງກະໂປ ຢູ່ງານບຸນ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມ ຢູ່ຕ່າງປະເທດສະແດງຄວາມປະທັບໃຈ, ຄວາມເອກອ້າງທະນົງໃຈເມື່ອເຫັນວັດທະນະທໍາ ແລະອາຫານຂອງຫວຽດນາມ ໄດ້ໂຄສະນາເຜີຍແຜ່ໃນງານບຸນ. ທ່ານນາງ ເລທິທູຮັ່ງ ຫວັງວ່າ ວົງຄະນະຍາດຊາວຫວຽດນາມ ຢູ່ສິງກະໂປ ຈະສືບຕໍ່ແຜ່ຂະຫຍາຍຈິດໃຈນີ້ເຖິງວົງຄະນະຍາດຊາວຫວຽດນາມ ໃນທົ່ວໂລກ.

ໂດຍ: ໄຊນີດາ