ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ດໍາເນີນຢູ່ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 9, ເຊິ່ງຄາດວ່າຈະດໍາເນີນໃນເດືອນເມສາ ປີ 2025, ຢູ່ແຂວງລ້າງເຊີນ ແລະເຂດປົກຄອງຕົນເອງ ຊົນເຜົ່າ ຈ້ວງ.

leftcenterrightdel
ສະຫາຍ ຫງວຽນວັນທິ້ງ (ເບື້ອງຂວາ) ຮອງປະທານຄະນະກໍາມະການປະຊາຊົນເມືອງກາວລົກ ຕ້ອນຮັບທ່ານນາງ Huangshuang, ຮອງເຈົ້າຄອງນະຄອນ Pingxiang ທີ່ດ່ານສາກົນມິດຕະພາບ. ພາບ: qdnd.vn

ກ່າວຄໍາເຫັນທີ່ກອງປະຊຸມ, ສະຫາຍ ຫງວຽນວັນທິ້ງ ຮອງປະທານຄະນະກໍາມະການປະຊາຊົນເມືອງກາວລົກ ຢັ້ງຢືນວ່າ ດ້ວຍບົດບາດແມ່ນທ້ອງຖິ່ນຊາຍແດນທີ່ຕິດກັບນະຄອນ Pingxiang, ເມືອງກາວລົກ ຍາມໃດກໍຖືເປັນສໍາຄັນ, ມານະພະຍາຍາມຮັກສາ, ປະກອບສ່ວນປັບປຸງ, ພັດທະນາ, ເພີ່ມທະວີການພົວພັນຮ່ວມມື, ສະໜິດຕິດພັນລະຫວ່າງສອງຝ່າຍ ຫວຽດນາມ - ຈີນ.

leftcenterrightdel
 
leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn

ສ່ວນທ່ານນາງ Huangshuang, ຮອງເຈົ້າຄອງນະຄອນ Pingxiang, ຫົວໜ້າຄະນະ ຢັ້ງຢືນວ່າ ປີ 2025 ເປັນປີສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຈີນ ແລະຫວຽດນາມ ຄົບຮອບ 75 ປີ ແລະ “ປີພົບປະແລກປ່ຽນມະນຸດສະທໍາ ຈີນ - ຫວຽດນາມ” ມີຄວາມໝາຍທີ່ເປັນຂີດໝາຍ. ທ່ານນາງ Huangshuang ເຊື່ອໝັ້ນວ່າ ສອງຝ່າຍ ຈະຊາບຊຶມປະຕິບັດຄວາມຮັບຮູ້ລວມຍຸດທະສາດຂອງການນໍາສອງພັກ, ສືບຕໍ່ລົງເລິກການຮ່ວມມືໃນບັນດາຂົງເຂດ, ຄື: ກໍ່ສ້າງພື້ນຖານໂຄງລ່າງເຊື່ອມຕໍ່, ຫັນການຜ່ານດ່ານ, ການທ່ອງທ່ຽວ, ແຮງງານ, ການຄ້າເອເລັກໂຕນິກຂ້າມຊາຍແດນ, ການສຶກສາສາກົນເປັນອັນສະດວກ... ສ້າງກໍາລັງໜູນຢ່າງແຂງແຮງໃຫ້ແກ່ການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງຝ່າຍໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່.

leftcenterrightdel
ບັນດາຜູ້ແທນຖ່າຍຮູບລວມທີ່ກອງປະຊຸມ. ພາບ: qdnd.vn

ເພື່ອເສີມຂະຫຍາຍໝາກຜົນທີ່ບັນລຸໄດ້, ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີບັນດາການເຄື່ອນໄຫວພົບປະແລກປ່ຽນສິລະປະວັດທະນະທໍາ, ກິລາກາຍະກໍາ; ຈັດຕັ້ງຄະນະໄປທັດສະນະສຶກສາກ່ຽວກັບວຽກງານປະຕິຮູບການບໍລິຫານ, ບັນດາຮູບແບບພັດທະນາເສດຖະກິດ-ສັງຄົມ; ເພີ່ມທະວີວຽກງານພົບປະແລກປ່ຽນປະຊາຊົນ, ໜູນຊ່ວຍພົນລະເມືອງສອງຝ່າຍມາຢ້ຽມຢາມຍາດຕິພີ່ນ້ອງ ແລະພົວພັນການຄ້າ...

ໂດຍ: ໄຊຊະນະ