ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນແມ່ນຂົງເຂດບຸລິມະສິດອັນດັບໜຶ່ງໃນການພົວພັນລະຫວ່າງສອງປະເທດ. ພິເສດ, ໃນມໍ່ໆມານີ້, ການຮ່ວມມືໃນຂົງເຂດໃໝ່ດ້ານສິ່ງແວດລ້ອມ, ພະລັງງານສະອາດໄດ້ຮັບການຊຸກຍູ້, ສອດຄ່ອງກັບຄວາມສາມາດບົ່ມຊ້ອນ ແລະຄວາມຕ້ອງການຂອງສອງຝ່າຍ.

ໃນຂອບເຂດຂອງໂຄງການ “ມາດຕະການແກ້ໄຂສະພາບດິນຟ້າອາກາດຈາກແຟງລັງ” (Climate solutions from Finland, ເຊິ່ງດຳເນີນໃນທ້າຍເດືອນ ເມສາ ປີ 2024, ຢູ່ Helsinki, ແຟງລັງ), ທ່ານ Kai Mykkänen ລັດຖະມົນຕີກະຊວງດິນຟ້າອາກາດ ແລະສິ່ງແວດລ້ອມ ແຟງລັງ ໄດ້ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ. ແບ່ງປັນບັນດາມາດຕະການເພື່ອແນໃສ່ປະຕິບັດເປົ້າໝາຍຄວາມເປັນກາງຂອງກາກບອນຮອດປີ 2035 ກໍ່ຄືຕີລາຄາໝາກຜົນແຫ່ງການຮ່ວມມືລະຫວ່າງສອງປະເທດໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ນັກຂ່າວ: ຂໍຮຽນທ່ານລັດຖະມົນຕີ, ຂໍທ່ານໃຫ້ຮູ້ພື້ນຖານເສດຖະກິດໝູນວຽນສວມບົດບາດຄືແນວໃດໃນການພັດທະນາແບບຍືນຍົງຂອງແຟງລັງ?

ທ່ານລັດຖະມົນຕີ Kai Mykkänen: ການພັດທະນາເສດຖະກິດໝູນວຽນແມ່ນເນື້ອໃນພື້ນຖານຂອງຂະບວນການຫັນປ່ຽນຂອງແຟງລັງ, ມຸ່ງໄປເຖິງສັງຄົມເປັນກາງຂອງກາກບອນ. ການພັດທະນາເສດຖະກິດໝູນວຽນກໍ່ປະກອບສ່ວນສະກັດກັ້ນວິວັດການຊຸດໂຊມຂອງຊີວະນາໆພັນ. ພື້ນຖານເສດຖະກິດໝູນວຽນບໍ້ພຽງແຕ່ແມ່ນສິ່ງເສດເຫຼືອ ແລະການຜະລິດສິ່ງເສດເຫຼືອຄືນໃໝ່ເທົ່ານັ້ນ, ຫາກຍັງແມ່ນການຮ່ວມມືຢ່າງກວ້າງຂວາງຂອງທຸກພາກສ່ວນທີ່ກ່ຽວຂ້ອງເພື່ອສ້າງພື້ນຖານເສດຖະກິດພັດທະນາສັງລວມດ້ວຍຊັບພະຍາກອນຈໍາກັດຂອງໜ່ວຍໂລກຂອງພວກເຮົາອີກດ້ວຍ.

leftcenterrightdel
ທ່ານ Kai Mykkänen ລັດຖະມົນຕີກະຊວງດິນຟ້າອາກາດ ແລະສິ່ງແວດລ້ອມ ແຟງລັງ  ປະຊຸມທາງໄກກັບບັນດານັກຂ່າວທີ່ເຂົ້າຮ່ວມໂຄງການ “ມາດຕະການແກ້ໄຂສະພາບດິນຟ້າອາກາດຈາກແຟງລັງ”. ພາບ: ສໍານັກຂ່າວສານຫວຽດນາມ.

ແຟງລັງຖືກຈັດອັນດັບສູງກ່ຽວກັບການປ່ຽນແປງໃໝ່ປະດິດສ້າງທີ່ເປັນມິດກັບສິ່ງແວດລ້ອມ. ປະສິດທິຜົນນໍາໃຊ້ຊັບພະຍາກອນໃນຫຼາຍຂະແໜງຢູ່ລະດັບສູງ. ເຖິງຢ່າງໃດກໍ່ຕາມ, ແຟງລັງ ກໍ່ຍັງມີສິ່ງທ້າທາຍຢູ່. ການໃຊ້ວັດຖຸດິບພາຍໃນປະເທດແມ່ນສູງເມື່ອທຽບໃສ່ກັບບັນດາປະເທດເອີລົບ.

ເພື່ອແກ້ໄຂສິ່ງທ້າທາຍເຫຼົ່ານີ້, ພວກເຮົາໄດ້ຈັດລາຍການຍຸດທະສາດເພື່ອຊຸກຍູ້ພື້ນຖານເສດຖະກິດໝູນວຽນ. ເປົ້າໝາຍເພື່ອແນໃສ່ຫັນປ່ຽນພື້ນຖານເສດຖະກິດປະຈຸບັນໃຫ້ກາຍເປັນເສດຖະກິດໝູນວຽນໃນປີ 2035. ໃນຍຸດທະສາດນີ້, ເປັນຄັ້ງທຳອິດທີ່ແຟງລັງ ໄດ້ກຳນົດລະດັບຫຼຸດຜ່ອນໃຊ້ຊັບພະຍາກອນທຳມະຊາດຫຼາຍເກີນໄປ. ສະນັ້ນ, ແຟງລັງ ແມ່ນໜຶ່ງໃນຈຳນວນໜ້ອຍປະເທດໃນໂລກທີ່ນໍາໃຊ້ມາດຕະການນີ້.

ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ, ພວກເຮົາໄດ້ລິເລີ່ມຂັ້ນຕອນ "ຂໍ້ຕົກລົງສີຂຽວ". ນັ້ນແມ່ນການຮ່ວມມືຮອບດ້ານ, ພ້ອມກັນມຸ່ງໄປເຖິງບັນດາເປົ້າໝາຍລວມຂອງບັນດາກະຊວງ, ຂະແໜງການຕົ້ນຕໍ, ອົງການຈັດຕັ້ງ, ນັກຊ່ຽວຊານ ແລະນັກວິທະຍາສາດ. ການຮ່ວມມືນີ້ເພື່ອແນໃສ່ຄາດໝາຍພ້ອມກັນກໍານົດການປ່ຽນແປງ ແລະການກະທໍາທີ່ຈໍາເປັນເພື່ອບັນລຸເປົ້າໝາຍເສດຖະກິດໝູນວຽນທີ່ໄດ້ວາງອອກ.

ມາຮອດປະຈຸບັນ, ໄດ້ມີ 85 ອົງການຈັດຕັ້ງເຂົ້າຮ່ວມ "ຂໍ້ຕົກລົງສີຂຽວ". ໃນນັ້ນ, ມີຜູ້ຕາງໜ້າຈາກບັນດາຂະແໜງອຸດສາຫະກຳທີ່ຕົ້ນຕໍເຊັ່ນ: ປ່າໄມ້, ການກໍ່ສ້າງ ແລະອຸດສາຫະກຳເຄມີ, ບັນດານະຄອນ ແລະແຂວງໃຫຍ່ທີ່ສຸດ.

ນັກຂ່າວ: 99% ຂີ້ເຫຍື້ອຢູ່ແຟງລັງ ໄດ້ຮັບການຜະລິດຄືນໃໝ່, ດ້ວຍໂຮງງານກຳຈັດສິ່ງເສດເຫຼືອບໍ່ມີກິ່ນ ແລະສິ່ງເສດເຫຼືອໜ້ອຍກວ່າ 1% ຖືກນຳໄປຖົມ. ແຟງລັງ ໄດ້ຜັນຂະຫຍາຍມາດຕະການໃດແດ່ ແລະປະຕິບັດໃນໄລຍະດົນນານໃດເພື່ອບັນລຸໄດ້ໝາກຜົນຄືດັ່ງກ່າວ?

ລັດຖະມົນຕີ Kai Mykkänen: ຂີ້ເຫຍື່ອປະມານ 125 ລ້ານໂຕນໄດ້ຮັບການຜະລິດຄືນໃໝ່ໃນແຕ່ລະປີຢູ່ປະເທດແຟງລັງ. ປະຈຸບັນ, ສິ່ງເສດເຫຼືອໃນຕົວເມືອງ 55% ກາຍເປັນພະລັງງານທົດແທນ. ປະຈຸບັນ ແຟງລັງ ມີ 11 ໂຮງງານເຜົາຂີ້ເຫຍື້ອພວມເຄື່ອນໄຫວ; ມີຄຸນນະພາບສູງ ແລະອີງໃສ່ເຕັກໂນໂລຊີກຳເນີດໄຟຟ້າ ແລະພະລັງງານຄວາມຮ້ອນ (CHP) ແລະໂຮງງານເຫຼົ່ານີ້ບາງແຫ່ງກໍາລັງວາງແຜນຫັນປ່ຽນນໍາໃຊ້ເຕັກໂນໂລຢີ "ເກັບໂຮມ ແລະຮັກສາກາກບອນ - CCS"/"ເກັບໂຮມ ແລະນໍາໃຊ້ກາກບອນ - CCU” ໃນອະນາຄົດ.

ສິ່ງເສດເຫຼືອໃນຕົວເມືອງ 43% ຖືກນໍາໃຊ້ທົດແທນ (ເກັບໂຮມເປັນວັດຖຸດິບ). ພວກເຮົາຍັງຕ້ອງສູ້ຊົນເພື່ອສາມາດບັນລຸເປົ້າໝາຍສິ່ງເສດເຫຼືອທົດແທນໃນຕົວເມືອງຂອງອີຢູ ໃຫ້ໄດ້ (55% ໃນປີ 2025, 60% ຮອດປີ 2030) ແລະເປົ້າໝາຍສໍາລັບສິ່ງເສດເຫຼືອແມ່ນເຄື່ອງຫຸ້ມຫໍ່. ໃນນັ້ນ, ເປົ້າໝາຍກຳຈັດສິ່ງເສດເຫຼືອຊີວະສາດແມ່ນຈຸດສຸມ.

ນັກຂ່າວ: ແຟງລັງ ໄດ້ໜູນຊ່ວຍຫວຽດນາມ ໃນຂົງເຂດສິ່ງແວດລ້ອມ ແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານຕີລາຄາຄືແນວໃດກ່ຽວກັບປະສິດທິຜົນການຮ່ວມມືລະຫວ່າງສອງປະເທດ, ໃນນັ້ນມີໂຄງການ “ເພີ່ມທະວີຄວາມສາມາດຕິດຕາມກວດກາອຸຕຸນິຍົມພູພຽງເພື່ອຮັບໃຊ້ວຽກງານປ້ອງກັນ, ຕ້ານໄພທຳມະຊາດ ແລະພັດທະນາເສດຖະກິດ - ສັງຄົມຢູ່ຫວຽດນາມ”, “ຄາດຄະເນມົນລະພິດອາກາດຢູ່ຫວຽດນາມ”?

ທ່ານລັດຖະມົນຕີ Kai Mykkänen: ແຟງລັງ ແລະ ຫວຽດນາມ ມີການພົວພັນຮ່ວມມືດີທີ່ສຸດ. ພິເສດ, ການຮ່ວມມືທີ່ກ່ຽວຂ້ອງເຖິງສິ່ງແວດລ້ອມ ແລະດິນຟ້າອາກາດລະຫວ່າງສອງປະເທດໄດ້ຮັບຜົນສຳເລັດຢ່າງຈົບງາມດ້ວຍບັນດາໝາກຜົນທີ່ໜ້າປະທັບໃຈ. ຜົນງານໄດ້ຮັບແມ່ນຍ້ອນມີການພົວພັນໜູນຊ່ວຍເຊິ່ງກັນແລະກັນ ແລະເປົ້າໝາຍລວມໃນການຮັບມືກັບການປ່ຽນແປງດິນຟ້າອາກາດ. ບັນດາໂຄງການຮ່ວມມືລະຫວ່າງອົງການທີ່ພວມຜັນຂະຫຍາຍໄດ້ເຊື່ອມຕໍ່ການເຄື່ອນໄຫວພາຍຫຼັງພະຍາດ ໂຄວິດ-19  ແລະໄດ້ຮັບການຕໍ່ກຳນົດເວລາ.

ໂຄງການ “ຊຸກຍູ້ການຫັນລະບົບເລັງ ແລະວັດແທກ ແລະຄຸ້ມຄອງຄຸນນະພາບອາກາດຢູ່ບັນດາເຂດຕົວເມືອງຂອງຫວຽດນາມ” ເປັນທັນສະໄໝ (PromoAir) ພວມຜັນຂະຫຍາຍຢ່າງມີປະສິດທິຜົນ. ກອງປະຊຸມສໍາມະນາກ່ຽວກັບຄຸນນະພາບອາກາດໄດ້ຮັບການຈັດຕັ້ງເພື່ອສະໜອງ, ໜູນຊ່ວຍ ແລະແບ່ງປັນບົດຮຽນມາດຕະການດີທີ່ສຸດຈາກແຟງລັງ ກ່ຽວກັບການອອກແບບເຄືອຂ່າຍຕິດຕາມກວດກາຄຸນນະພາບອາກາດ.

ໂຄງການ “ຊຸກຍູ້ການຫັນການບໍລິການອຸຕຸນິຍົມອຸທົກກະສາດຢູ່ຫວຽດນາມ ເປັນທັນສະໄໝ” (PromoServ 3) ໄດ້ປະກອບສ່ວນຢ່າງມີປະສິດທິຜົນໃຫ້ສູນອຸຕຸນິຍົມອຸທົກກະສາດແຫ່ງຊາດຫວຽດນາມ ໃນວຽກງານເຕືອນໄພພາຍຸເຂດຮ້ອນ, ລົມແຮງ ແລະຝົນຕົກໜັກ.

ນອກຈາກນັ້ນ, ຂ້າພະເຈົ້າຍັງເນັ້ນໜັກເຖິງໝາກຜົນຂອງໂຄງການ “ຍົກລະດັບຄວາມສາມາດວັດແທກລະດັບຝົນ, ພະຍາກອນພະຍຸຟ້າຮ້ອງຂອງສູນອຸຕຸນິຍົມອຸທົກກະສາດແຫ່ງຊາດ” ໄດ້ສຳເລັດໃນປີ 2021. ໂຄງການໄດ້ປັບປຸງເຄືອຂ່າຍ radar ດິນຟ້າອາກາດຂອງຫວຽດນາມ ແລະຕິດຕັ້ງລະບົບເຄືອຂ່າຍດັດປັບ, ຄົ້ນພົບຟ້າຜ່າໃນທົ່ວປະເທດ.

ການລົງທຶນໃຫ້ການບໍລິການອຸຕຸນິຍົມ ແລະລະບົບເຕືອນໄພລ່ວງໜ້າແມ່ນໜຶ່ງໃນບັນດາວິທີດີທີ່ສຸດ ແລະປະຢັດຄ່າໃຊ້ຈ່າຍທີ່ສຸດເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ພ້ອມກັນນັ້ນ, ນີ້ຍັງເປັນວິທີເພື່ອຫຼີກເວັ້ນການສູນເສຍ ແລະຄວາມເສຍຫາຍໃນອະນາຄົດຍ້ອນຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ.

ເບິ່ງລວມແລ້ວ, ການຮ່ວມມືໃນໄລຍະຍາວລະຫວ່າງຄູ່ຮ່ວມມືແຟງລັງ ແລະຫວຽດນາມ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການຫັນລະບົບເລັງ ແລະວັດແທກອຸຕຸນິຍົມອຸທົກກະສາດ ແລະພະຍາກອນອາກາດຂອງຫວຽດນາມ ເປັນທັນສະໄໝ. ຈາກນັ້ນ, ຫວຽດນາມ ສາມາດຮັບມືກັບຄວາມສ່ຽງທີ່ກ່ຽວຂ້ອງເຖິງດິນຟ້າອາກາດ ແລະຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດນັບມື້ນັບເພີ່ມຂຶ້ນ, ພ້ອມທັງໜູນຊ່ວຍບັນດາຂະແໜງອື່ນຄື: ກະສິກຳ, ສາທາລະນະສຸກ...

ນັກຂ່າວ: ຂໍຂອບໃຈທ່ານລັດຖະມົນຕີ Kai Mykkänen!

ໂດຍ: ຈາງຫງວຽນ