ວັນທີ 8 ທັນວາ, ຢູ່ສຳນັກງານກະຊວງສາທາລະນະສຸກ ແລະສະຫວັດດີການສັງຄົມ ສ.ເກົາຫຼີ (MOHW) ທີ່ນະຄອນ Sejong, ໂດຍໄດ້ຮັບການມອບສິດຈາກທ່ານລັດຖະມົນຕີ MOHW, ທ່ານນາງ Kim Hyejin ຮອງລັດຖະມົນຕີ MOHW ໄດ້ພົບປະກັບທ່ານ ຫງວຽນບ່າຮວ່ານ ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມຫວຽດນາມ (MOLISA). ສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງຜັນຂະຫຍາຍສັນຍາລະຫວ່າງລັດຖະບານກ່ຽວກັບປະກັນໄພສັງຄົມ.

leftcenterrightdel
ຫວຽດນາມ-ສ.ເກົາຫຼີ ລົງນາມໃນຂໍ້ຕົກລົງຜັນຂະຫຍາຍສັນຍາວ່າດ້ວຍປະກັນໄພສັງຄົມ. ພາບ: ສໍານັກຂ່າວສານຫວຽດນາມ

ດ້ວຍບັນດາລັກສະນະຈຳເພາະຂອງສອງປະເທດທີ່ມີຄົນງານໄປມາເຮັດວຽກເປັນຈຳນວນຫຼວງຫຼາຍ, ສັນຍາວ່າດ້ວຍປະກັນໄພສັງຄົມ ຫວຽດນາມ - ສ.ເກົາຫຼີ ໝັ້ນໝາຍນຳຜົນປະໂຫຍດສູງສຸດມາໃຫ້ຄົນງານແຕ່ລະປະເທດ. ລະອຽດແມ່ນນັບແຕ່ວັນທີ 1 ມັງກອນ 2024, ຄົນງານຫວຽດນາມ ແລະ ສ.ເກົາຫຼີ ທີ່ເຮັດວຽກໃນຜືນແຜ່ນດິນຂອງສອງປະເທດຈະບໍ່ຕ້ອງເສຍຄ່າປະກັນໄພສັງຄົມສອງເທົ່າ. ຂໍ້ຕົກລົງຜັນຂະຫຍາຍສັນຍາປະກັນໄພສັງຄົມ ຫວຽດນາມ - ສ.ເກົາຫຼີ ໄດ້ຮັບການລົງນາມຈະສ້າງເງື່ອນໄຂໃຫ້ແກ່ການສົມທົບກັນແລກປ່ຽນ ແລະແບ່ງປັນຂໍ້ມູນຂ່າວສານລະຫວ່າງອົງການປະຕິບັດຂອງສອງປະເທດ, ເພີ່ມທະວີວຽກງານານຄຸ້ມຄອງແຮງງານຢ່າງສະດວກ ແລະມີປະສິດທິຜົນກວ່າອີກ.

ໂດຍ: ທະນາພອນ