leftcenterrightdel
ພິທີຕັດແຖບຜ້າ. ພາບ: ສໍານັກຂ່າວສານຫວຽດນາມ

ຕອນຄໍ່າວັນທີ 7 ທັນວາ, ຖ້ຽວບິນທຳອິດທີ່ມີໝາຍເລກ 5J 5756 ເດີນທາງມາຈາກມານີລາ (ຟີລິບປິນ) ໄດ້ລົງຈອດຢູ່ສະໜາມບິນສາກົນດ່ານັ້ງ, ນຳຜູ້ໂດຍສານຊາວຟີລິບປິນ 177 ຄົນມາທ່ອງທ່ຽວ, ນຳໃຊ້ການບໍລິການທ່ອງທ່ຽວຢູ່ນະຄອນ. ນີ້ແມ່ນຖ້ຽວບິນໂດຍບໍລິສັດການບິນ Cebu Pacific Air ຂຸດຄົ້ນ, ດ້ວຍຈຳນວນ 3 ຖ້ຽວ/ອາທິດ ໃນວັນອັງຄານ, ວັດພະຫັດ ແລະວັນເສົາ.

ຢູ່ສະໜາມບິນສາກົນດ່ານັ້ງ, ບັນດາຜູ້ໂດຍສານຂອງຖ້ຽວບິນທຳອິດໄດ້ຮັບການຕ້ອນຮັບຢ່າງສຸດຈິດສຸດໃຈດ້ວຍລາຍການສະແດງສິລະປະພື້ນເມືອງຫວຽດນາມ. ທີ່ພິທີ, ບັນດາຜູ້ແທນໄດ້ປະຕິບັດພິທີຕັດແຖບຜ້າໄຂເສັ້ນທາງການບິນໃໝ່.

ເນື່ອງໃນໂອກາດນີ້, ພະແນກການທ່ອງທ່ຽວນະຄອນດ່ານັ້ງ ກໍ່ໄດ້ຈັດພິທີຕ້ອນຮັບຄະນະ famtrip ການທ່ອງທ່ຽວ, ຄະນະ presstrip ແລະ KOLs ຟີລິບປິນ ທີ່ມາລົງຕິວຈິງ, ສຳຫຼວດຜະລິດຕະພັນ, ການບໍລິການທ່ອງທ່ຽວຢູ່ດ່ານັ້ງ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ