ໃນວັນທີ 5 ທັນວາ, ກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ໄດ້ລາຍງານໃຫ້ຮູ້ວ່າ ປະລິມານການສົ່ງອອກເຂົ້າສານ ຂອງຫວຽດນາມໃນ 11 ເດືອນຄາດວ່າບັນລຸ 7,75 ລ້ານໂຕນ, ເພີ່ມຂຶ້ນ 16,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ວົງເງິນການສົ່ງອອກເຂົ້າສານ ຄາດວ່າບັນລຸ 4,4 ຕື້ໂດລາສະຫະລັດ. ໄປຄຽງຄູ່ກັບການສົ່ງອອກເຂົ້າສານນັ້ນ, ການສົ່ງອອກບັນດາຜະລິດຕະພັນຂອງຂະແໜງກະສິກຳ, ຄື: ຜັກ, ໝາກໄມ້, ກາເຟ, ແກ່ນໝາກມ່ວງຫິມະພານ ກໍ່ສືບຕໍ່ມີການປະກອບສ່ວນຢ່າງປະທັບໃຈ ແລະເປັນຈຸດພົ້ນເດັ່ນໃນການເຄື່່ອນໄຫວການສົ່ງອອກຂອງທົ່ວປະເທດ.

leftcenterrightdel
ພາບປະກອບ: congthuong.vn

ລະອຽດ, ນີ້ແມ່ນກຸ່ມຜະລິດຕະພັນໜຶ່ງດຽວທີ່ມີລະດັບການເຕີບສູງໃນ 11 ເດືອນຂອງປີນີ້, ດ້ວຍວົງເງິນສົ່ງອອກ ຄາດວ່າບັນລຸ 29,5 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 4,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.

ພົ້ນເດັ່ນຂອງກຸ່ມນີ້ແມ່ນມີຜະລິດຕະພັນປະເພດໝາກໄມ້ ແລະຜັກ ດ້ວຍວົງເງິນສົ່ງອອກໃນ 11 ເດືອນ ຄາດວ່າ ບັນລຸ 500 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 65,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ຜ່ານນັ້ນ ຍົກຍອດມູນຄ່າວົງເງິນສົ່ງອອກຜັກ, ໝາກໄມ້ທັງໝົດໃນ 11 ເດືອນຂອງປີນີ້ ບັນລຸ 5,32 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 74,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.

ໂດຍ: ພິດສະໄໝ ແກ້ວມະຫາວົງ