ງານຕະຫຼາດນັດເຄື່ອງສິລະປະຫັດຖະກຳສາກົນ Artigiano ຄັ້ງທີ 27 ຖືກຈັດຂຶ້ນຢູ່ນະຄອນ ມີລານ, ປະເທດ ອີຕາລີ, ໃນລະຫວ່າງວັນທີ 2 – 10 ທັນວາ. ງານຕະຫຼາດນັດມີການເຂົ້າຮ່ວມຂອງເກືອບ 2.600 ວິສາຫະກິດທີ່ມາຈາກ 86 ປະເທດ, ໃນນັ້ນມີວິສາຫະກິດ ຫວຽດນາມ.

leftcenterrightdel
ຮ້ານວາງສະແດງຂອງຫວຽດນາມ ຢູ່ງານວາງສະແດງ. ພາບ: ສໍານັກຂ່າວສານຫວຽດນາມ

ງານຕະຫຼາດນັດມີບັນດາຜະລິດຕະພັນຂອງຫຼາຍວິສາຫະກິດຜະລິດເຄື່ອງສິລະປະຫັດຖະກຳທີ່ມີອິດທິພົນຊື່ສຽງ, ມີຄຸນນະພາບທີ່ມາຈາກ ຮ່າໂນ້ຍ (ປະເທດຫວຽດນາມ). ບັນດາຜະລິດຕະພັນທີ່ໄດ້ນຳມາວາງສະແດງແມ່ນເຄື່ອງປະດັບ, ຂອງຂວັນທີ່ລະນຶກ, ເຄື່ອງໃຊ້ໃນຄົວເຮືອນເຮັດດ້ວຍໄມ້ໄຜ່, ໝາກພ້າວ, ໄມ້… ນອກຈາກນັ້ນ, ວິສາຫະກິດບາງແຫ່ງຂອງ ຫວຽດນາມ ກໍ່ໄດ້ເຂົ້າຮ່ວມງານຕະຫຼາດນັດແບບເອກະລາດ, ຂາຍບັນດາຜະລິດຕະພັນຄື: ໝາກໄມ້ແຫ້ງ, ຊາສະໝູນໄພ…

ເນື້ອໃນ: ວິທະຍຸກະຈາຍສຽງຫວຽດນາມ