ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອີຕາລີ
ກປ.ອອນໄລ - ຕອນຄໍ່າວັນທີ 3 ທັນວາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ໄດ້ສົມທົບກັບສະຖານທູດ ອີຕາລີ ປະຈໍາ ຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອີຕາລີ (1973-2023).
ຫວຽດນາມ ແລະອີຕາລີ ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການໃນວັນທີ 23 ມີນາ 1973. ຜ່ານເວລາມາໄດ້ເຄິ່ງສະຕະວັດ, ສອງປະເທດ ໄດ້ກາຍເປັນຄູ່ຮ່ວມມືສໍາຄັນຂອງກັນໃນທຸກຂົງເຂດ, ການຮ່ວມມືຢ່າງແໜ້ນແຟ້ນນັບທັງສອງຝ່າຍ ແລະຫຼາຍຝ່າຍ.
    |
 |
ທ່ານ ຟານແອັງເຊີນ ປະທານ VUFO ຢັ້ງຢືນວ່າ ອີຕາລີ ແມ່ນຄູ່ຮ່ວມມືສໍາຄັນ, ເປັນເພື່ອນມິດທີ່ສັດຊື່ບໍລິສຸດຜຸດຜ່ອງຂອງປະຊາຊົນຫວຽດນາມ. ພາບ: vietnamplus.vn |
ກ່າວຄໍາເຫັນທີ່ເຫດການ, ທ່ານ ຟານແອັງເຊີນ ປະທານ VUFO ຢັ້ງຢືນວ່າ ອີຕາລີ ແມ່ນຄູ່ຮ່ວມມືສໍາຄັນ, ເປັນເພື່ອນມິດທີ່ສັດຊື່ບໍລິສຸດຜຸດຜ່ອງຂອງປະຊາຊົນຫວຽດນາມ. ການພົບປະແລກປ່ຽນປະຊາຊົນແມ່ນຈຸດພົ້ນເດັ່ນໃນການພົວພັນສອງປະເທດ; ເປັນຂົວເຊື່ອມຕໍ່ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ, ນໍາສອງປະເທດຫຍັບເຂົ້າໃກ້ກັນກວ່າ. ຕາມທ່ານ ຟານແອັງເຊີນ ແລ້ວ, ໃນໄລຍະຈະມາເຖິງ, VUFO, ສະມາຄົມມິດຕະພາບ ຫວຽດນາມ - ອີຕາລີ ຈະສືບຕໍ່ເປັນເຈົ້າການ, ຕັ້ງໜ້າຮ່ວມມືຢ່າງແໜ້ນແຟ້ນກັບບັນດາຄູ່ຮ່ວມມື, ອົງການຈັດຕັ້ງອີຕາລີ ເພື່ອເພີ່ມທະວີການຜັນຂະຫຍາຍການເຄື່ຶຶອນໄຫວທາງການທູດປະຊາຊົນໃຫ້ມີສີສັນຫຼາກຫຼາຍ, ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດໃນຂົງເຂດທີ່ແຕກຕ່າງກັນ.
ທີ່ເຫດການ, ທ່ານ Macro Della Seta ເອກອັກຄະລັດຖະທູດ ອີຕາລີ ປະຈໍາ ຫວຽດນາມ ໄດ້ຫວນຄືນການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ, ໃນນັ້ນ ທ່ານ ໄດ້ເນັ້ນໜັກເປັນພິເສດເຖິງການຢ້ຽມຢາມ ອີຕາລີ ຢ່າງເປັນທາງການ ໃນເດືອນກໍລະກົດ ປີ 2023 ຂອງທ່ານປະທານປະເທດ ຫວໍວັນເຖືອງ ເຊິ່ງເປັນເຫດການທີ່ພົ້ນເດັ່ນ, ມີຄວາມໝາຍສໍາຄັນໃນການພົວພັນສອງປະເທດ.
ໂດຍ: ໄຊຊະນະ