ກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນເຂດຊາຍແດນ ຫວຽດນາມ - ກໍາປູເຈຍ
ກປ.ອອນໄລ - ໃນວັນທີ 3 ແລະວັນທີ 4 ທັນວາ, ທີ່ຕາແສງ Pak Nhai, (ເມືອງ Oyadav, ແຂວງ Ratanakiri) ແລະຕາແສງ Ia Dom, (ເມືອງດຶກເກີ, ແຂວງຢາລາຍ), ທີມງານແພດທະຫານ ຫວຽດນາມ ແລະກໍາປູເຈຍ ໄດ້ຮ່ວມກັນຈັດຕັ້ງການກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ເຂດຊາຍແດນສອງປະເທດ.
    |
 |
ກວດພະຍາດໂດຍບໍ່ເສຍຄ່າໃຫ້ປະຊາຊົນກໍາປູເຈຍ, ໃນວັນທີ 3 ທັນວາ 2023. ພາບ: ຮວ່າງຫວູ. |
ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີໜຶ່ງທີ່ຄາດວ່າຈະດໍາເນີນໃນເດືອນທັນວາ ນີ້. ຕາມທ່ານພັນເອກພິເສດ ເລວັນດົງ ຮອງຫົວໜ້າກົມເສນາຮັກ (ກົມໃຫຍ່ພະລາທິການ) ແລ້ວ, ຫວຽດນາມ ແລະກໍາປູເຈຍ ມີການພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານແລ້ວ. ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງໃນຫຼາຍທົດສະວັດຜ່ານມາຈາກການນໍາ, ກອງທັບ ແລະປະຊາຊົນຮຸ່ນຕ່າງໆຂອງສອງປະເທດ ແລະພວມພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດ, ໃນນັ້ນ, ການຮ່ວມມືດ້ານປ້ອງກັນຊາດແມ່ນສັນຍາລັກກ່ຽວກັບການພົວພັນສາມັກຄີ, ການສະໜິດຕິດພັນລະຫວ່າງ ຫວຽດນາມ-ກໍາປູເຈຍ. ການສົມທົບກັນຈັດຕັ້ງການກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ເຂດຊາຍແດນສອງປະເທດໃນຄັ້ງນີ້ຈະປະກອບສ່ວນປັບປຸງ ແລະເພີ່ມທະວີການພົວພັນສາມັກຄີ, ການສະໜິດຕິດພັນລະຫວ່າງປະຊາຊົນ, ກອງທັບສອງປະເທດ ຫວຽດນາມ - ກໍາປູເຈຍ ເວົ້າລວມ, ເວົ້າສະເພາະແມ່ນຂະແໜງເສນາຮັກຂອງສອງປະເທດຢ່າງບໍ່ຢຸດຢັ້ງ.
ໂດຍ: ໄຊຊະນະ