ສົ່ງເສີມການເຊື່ອມຕໍ່ ແລະເປີດສາຍການບິນໂດຍກົງລະຫວ່າງຍີ່ປຸ່ນ ແລະດ່າໜັງ
ກປ.ອອນໄລ - ວັນທີ 16 ພະຈິກ, ທ່ານ ເລຈຸງຈິງ, ປະທານຄະນະກຳມະການປະຊາຊົນນະຄອນດ່າໜັງ ໄດ້ມີການພົບປະກັບທ່ານ Kuroiwa Yuji, ຜູ້ວ່າການແຂວງ Kanagawa, ຍີ່ປຸ່ນ, ທີ່ມາຢ້ຽມຢາມ ແລະເຮັດວຽກຢູ່ນະຄອນດ່າໜັງ. ການນຳຂອງສອງທ້ອງຖິ່ນໃຫ້ຄຳໝັ້ນສັນຍາຈະສົ່ງເສີມການເຊື່ອມຕໍ່ ແລະເປີດສາຍການບິນໂດຍກົງລະຫວ່າງຍີ່ປຸ່ນ ແລະດ່າໜັງ.
ການຢ້ຽມຢາມ ແລະເຮັດວຽກຂອງທ່ານ Kuroiwa Yuji, ຜູ້ວ່າການແຂວງ Kanagawa ຢູ່ນະຄອນ ດ່າໜັງ ໄດ້ດໍາເນີນເນື່ອງໃນໂອກາດທີ່ສອງປະເທດຜັນຂະຫຍາຍຫຼາຍກິດຈະກຳເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ຍີ່ປຸ່ນ.
    |
 |
ທ່ານ ເລຈຸງຈິງ, ປະທານຄະນະກຳມະການປະຊາຊົນນະຄອນ ດ່າໜັງ ຕ້ອນຮັບທ່ານ Kuroiwa Yuji, ຜູ້ວ່າການແຂວງ Kanagawa, ຍີ່ປຸ່ນ. ພາບ: vov.vn |
ທີ່ການຕ້ອນຮັບ, ທ່ານ Kuroiwa Yuji ໃຫ້ຮູ້ວ່າ: ຕອນບ່າຍວັນທີ 16 ພະຈິກ, ແຂວງ Kanagawa ຈັດຕັ້ງງານບຸນ Kanagawa ຢູ່ ດ່າໜັງ. ນີ້ແມ່ນໂອກາດ ເພື່ອໃຫ້ລຸ້ນໜຸ່ມນະຄອນ ດ່າໜັງ ແລະພາກກາງ ຫວຽດນາມ ເຂົ້າໃຈກ່ຽວກັບ Kanagawa ແລະຍີ່ປຸ່ນ ກວ່າອີກ ແລະແມ່ນກາລະໂອກາດຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ. ທ່ານ Kuroiwa Yuji ໃຫ້ຄຳໝັ້ນສັນຍາຈະຍູ້ແຮງການເປີດສາຍການບິນໂດຍກົງລະຫວ່າງແຂວງ Kanagawa ແລະດ່າໜັງ. ທ່ານເອງຈະເປັນຂົວເຊື່ອມຕໍ່ແນະນຳ ແລະຮຽກຮ້ອງບັນດານັກລົງທຶນ ແລະນັກທ່ອງທ່ຽວມານະຄອນດ່າໜັງ ໃຫ້ຫຼາຍຕື່ມອີກ.
ທ່ານ ເລຈຸງຈິງ ໃຫ້ຮູ້ວ່າ ປະຈຸບັນ, ບັນດານັກລົງທຶນຂອງຍີ່ປຸ່ນ ພວມດຳເນີນທຸລະກິດຢູ່ນະຄອນດ່າໜັງ ດີທີ່ສຸດ. ທ່ານ ເລຈຸງຈິງ ຫວັງວ່າດ້ວຍອິດນິພົນຊື່ສຽງ, ທ່ານຜູ້ວ່າການແຂວງ Kanagawa ຈະແນະນຳໃຫ້ນັກລົງທຶນຫຼາຍຄົນມາຊອກຮູ້ກາລະໂອກາດລົງທຶນຢູ່ນະຄອນໃນບາງຂົງເຂດ, ຄື: ທ່າກຳປັ່ນ, ການບິນ, ກໍ່ສ້າງນະຄອນໃໝ່, ການເລີ່ມທຸລະກິດປ່ຽນແປງໃໝ່ປະດິດຄິດສ້າງ, ການສຶກສາດ້ານສາທາລະນະສຸກ... ນະຄອນໃຫ້ຄໍາໝັ້ນສັນຍາຈະໜູນຊ່ວຍບັນດານັກລົງທຶນ ແລະນັກທ່ອງທ່ຽວມານະຄອນດ່າໜັງ ຫຼາຍທີ່ສຸດ.
ໂດຍ: ຈາງຫງວຽນ