ຫາຍຟ່ອງ ບັນລຸໄດ້ບັນດາໝາກຜົນຕັ້ງໜ້າໃນການປະຕິບັດການຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມຂໍ້ກຳນົດ (IUU), ພ້ອມກັບທົ່ວປະເທດແກ້ໄຂ “ບັດເຫຼືອງ” ຂອງຄະນະກຳມະການ ເອີລົບ (ອີຊີ).

leftcenterrightdel
ທີ່ກອງປະຊຸມສະໜອງຂໍ້ມູນ ແລະມອບຮັບໜ້າທີ່ສື່ມວນຊົນເດືອນ ທັນວາ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ກອງປະຊຸມສະໜອງຂໍ້ມູນ ແລະ ມອບຮັບໜ້າທີ່ສື່ມວນຊົນເດືອນ ທັນວາ ເຊິ່ງຈັດຂຶ້ນໃນຕອນບ່າຍວັນທີ 26 ທັນວາ, ພະແນກກະສິກຳ ແລະ ສິ່ງແວດລ້ອມ ຫາຍຟ່ອງ ໃຫ້ຮູ້ວ່າ, ປະຈຸບັນທາງນະຄອນມີກຳປັ່ນຫາປາ 788 ລຳ ແລະກຳປັ່ນທັງໝົດໄດ້ຈົດທະບຽນ ແລະ ອອກໃບຢັ້ງຢືນອະນຸດຍາດການຂຸດຄົ້ນ, ໄດ້ສ້າງຂໍ້ມູນໃໝ່ຕາມຕົວຈິງ, ກວດກາປຽບທຽບໃນແອັບ VneID ແລະ ອັບເດດເຂົ້າຊອບແວຄຸ້ມຄອງການປະມົງແຫ່ງຊາດ VNFishbase ແລະ ຕິດຕັ້ງເຄື່ອງຕິດຕາມການເດີນທາງ. ໃນໄລຍະຈະມາເຖິງ, ຫາຍຟ່ອງ ຈະສືບຕໍ່ໂຄສະນາກ່ຽວກັບກົດໝາຍວ່າດ້ວຍສິນທະເລ; ເພີ່ມທະວີການຕິດຕາມກວດກາກຳປັ່ນຫາປາຢ່າງເຂັ້ມງວດ ແລະເພີ່ມທະວີການລາດຕະເວນທາງທະເລ…

ແຫຼ່ງຄັດຈາກ: vovworld.vn