ນໍາການຮ່ວມມືດ້ານການທ່ອງທ່ຽວ ຫວຽດນາມ - ສ.ເກົາຫຼີ ແທດຈິງກວ່າອີກ
ກປ.ອອນໄລ - ຕອນຄໍ່າວັນທີ 26 ທັນວາ, ກົມໃຫຍ່ທ່ອງທ່ຽວ ສ.ເກົາຫຼີ (KTO) ປະຈຳ ຫວຽດນາມ ໄດ້ຈັດຕັ້ງເຫດການ “Korea Travel Night 2025 - ການທ່ອງທ່ຽວກາງຄືນ ສ.ເກົາຫຼີ 2025”.
ກ່າວຄໍາເຫັນທີ່ເຫດການ, ທ່ານນາງ ຫງວຽນທິຮວາມາຍ, ຮອງຫົວໜ້າກົມທ່ອງທ່ຽວແຫ່ງຊາດຫວຽດນາມ ໃຫ້ຮູ້ວ່າ: “ຜ່ານເວລາຫຼາຍກວ່າສາມທົດສະວັດຂອງການເພີ່ມພູນຄູນສ້າງ, ການພົວພັນ ຫວຽດນາມ - ສ.ເກົາຫຼີ ໄດ້ພັດທະນາຢ່າງແຮງ, ກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ໃນນັ້ນ, ການທ່ອງທ່ຽວຍາມໃດກໍ່ແມ່ນໜຶ່ງໃນບັນດາຂົງເຂດນໍາໜ້າ, ສວມບົດບາດເປັນຂົວເຊື່ອມຕໍ່ວັດທະນະທຳ, ອາລົມຈິດ ແລະປະຊາຊົນລະຫວ່າງສອງປະເທດ. ໃນ 11 ເດືອນ ຂອງປີ 2025, ຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວ ສ.ເກົາຫຼີ ເກືອບ 3,9 ລ້ານເທື່ອຄົນ, ນໍາ ສ.ເກົາຫຼີ ກາຍເປັນໜຶ່ງໃນບັນດາຕະຫຼາດທີ່ມີຈໍານວນນັກທ່ອງທ່ຽວໃຫຍ່ທີ່ສຸດທີ່ມາທ່ອງທ່ຽວຫວຽດນາມ. ໃນທາງກົງກັນຂ້າມ, ຈຳນວນນັກທ່ອງທ່ຽວຫວຽດນາມ ທີ່ໄປຢ້ຽມຢາມ ສ.ເກົາຫຼີ ກໍ່ຢູ່ໃນອັນດັບໜຶ່ງ".
    |
 |
|
ຜູ້ຕາງໜ້າກົມໃຫຍ່ທ່ອງທ່ຽວ ສ.ເກົາຫຼີ ເຊີດຊູຄູ່ຮ່ວມມືຫວຽດນາມ ທີ່ປະກອບສ່ວນຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວລະຫວ່າງສອງປະເທດ. ພາບ: qdnd.vn |
Korea Travel Night 2025 ບໍ່ພຽງແຕ່ເປັນກິດຈະກຳສົ່ງເສີມການທ່ອງທ່ຽວເທົ່ານັ້ນ, ຫາກຍັງເປັນເຫດການເພື່ອຫວນຄືນການເດີນທາງຂອງການຮ່ວມມືທີ່ເຕັມໄປດ້ວຍຄວາມມານະພະຍາຍາມ ແລະອາລົມຈິດ, ເຫດການທີ່ຜູ້ທີ່ຮັກວັດທະນະທຳ ແລະການທ່ອງທ່ຽວ ສ.ເກົາຫຼີ ສາມາດພົບປະ, ເຊື່ອມຕໍ່ ແລະແບ່ງປັນໃຫ້ກັນເລື່ອງລາວຄວາມສຳເລັດ ແລະບົດຮຽນອັນລໍ້າຄ່າໃນວິວັດການພັດທະນາຕະຫຼາດ. ຜ່ານນັ້ນ, ການທ່ອງທ່ຽວຫວຽດນາມ ຍັງສາມາດຮຽນຮູ້ຄຸນຄ່າທີ່ຕັ້ງໜ້າຫຼາຍຢ່າງຈາກເພື່ອນມິດ ສ.ເກົາຫຼີ ໃນວິທີການເຂົ້າເຖິງຕະຫຼາດ, ການພັດທະນາຜະລິດຕະພັນ ແລະຈັດຕັ້ງກິດຈະກຳສົ່ງເສີມ.
ເຫດການນີ້ບໍ່ພຽງແຕ່ນໍາເອົາກາລະໂອກາດໃຫ້ບັນດາວິສາຫະກິດ ແລະນັກທ່ອງທ່ຽວຫວຽດນາມ ເຂົ້າໃຈກ່ຽວກັບບັນດາຄຸນຄ່າທີ່ເປັນເອກະລັກຂອງການທ່ອງທ່ຽວ ສ.ເກົາຫຼີ ຢ່າງຈະແຈ້ງກວ່າເທົ່ານັ້ນ, ຫາກຍັງເປັນໂອກາດອັນລໍ້າຄ່າເພື່ອໃຫ້ທັງສອງຝ່າຍແລກປ່ຽນ, ຮຽນຮູ້ໃນການພັດທະນາອຸດສາຫະກໍາວັດທະນະທໍາ ແລະການທ່ອງທ່ຽວອີກດ້ວຍ.
ໂດຍ: ຈາງຫງວຽນ