ຕອນບ່າຍວັນທີ 26 ທັນວາ, ຢູ່ ຮ່າໂນ້ຍ, ທ່ານນາງ ຫວຽນມິງຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະທ່ານ ຫງວຽນຊິນເຍິດເຕີນ, ຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 1 ຂອງອະນຸກຳມະການເນື້ອໃນຂຶ້ນກັບຄະນະກຳມະການແຫ່ງຊາດເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC 2027).

leftcenterrightdel
ທ່ານຮອງລັດຖະມົນຕີ ຫງວຽນຊິງເຍິດເຕີນ, ຫົວໜ້າຮ່ວມອະນຸກຳມະການເນື້ອໃນ. ພາບ: vovworld.vn

ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງລັດຖະມົນຕີ ຫງວຽນຊິງເຍິດເຕີນ, ຫົວໜ້າຮ່ວມອະນຸກຳມະການເນື້ອໃນ, ເນັ້ນໜັກວ່າ: “ພວກເຮົາຕ້ອງກະກຽມ ເພື່ອໃຫ້ປີ APEC ບັນລຸຜົນສຳເລັດ, ດ້ວຍຫຼາຍຂໍ້ລິເລີ່ມ, ຫຼາຍເນື້ອໃນ. ພວກເຮົາປຶກສາຫາລື 3 ວຽກງານຈຸດສຸມ: ທີ 1ແມ່ນສ້າງຄວາມດຸ່ນດ່ຽງດ້ານເນື້ອໃນ. ທີ 2, ສະເໜີໃຫ້ບັນດາກະຊວງ, ຂະແໜງການຍົກອອກຂໍ້ລິເລີ່ມບົນຈິດໃຈຄວາມເປັນໄປໄດ້ສູງ ແລະພິເສດແມ່ນໃນສະພາບການຂອງປະເທດຊາດ. ທີ 3, ຈາກຈຸດນັ້ນ ພວກເຮົາຈະສາມາດສ້າງ ແລະຍົກອອກບັນດາເນື້ອໃນໃຫ້ແກ່ 2027 ແລະຊຸມປີຕໍ່ໄປຢ່າງສົມບູນ”.

ຕາມທ່ານນາງ ຫງວຽນມິງຮັ່ງ ແລ້ວ, ວຽກງານເນື້ອໃນບໍ່ພຽງແຕ່ແມ່ນ ເພື່ອຮັບປະກັນການຈັດກອງປະຊຸມໃຫ້ສຳເລັດເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນແຈ້ງເຖິງຈິນຕະນາການຍຸດທະສາດ, ວິໄສທັດໄລຍະຍາວ ແລະຄວາມຮັບຜິດຊອບຂອງ ຫວຽດນາມ ໃນການຊຸກຍູ້ການຮ່ວມມື APEC ມຸ່ງໄປເຖິງປະຊາຄົມ ອາຊີ - ປາຊີຟິກ ສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ.

ແຫຼ່ງຄັດຈາກ: vovworld.vn