Hanoi Giftshow 2023 ມີຂອບຂະໜາດຮ້ານວາງສະແດງ 450 ຮ້ານ (ແບບເຊິ່ງໜ້າ ແລະທາງໄກ) ຂອງບັນດາວິສາຫະກິດ, ພື້ນຖານຜະລິດເຄື່ອງ ສິລະປະຫັດຖະກຳ ທັງຢູ່ພາຍໃນ ແລະຕ່າງປະເທດ. ບັນດາຜະລິດຕະພັນຂອງໝູ່ບ້ານອາຊີບມີຮູບແບບທີ່ຫຼາກຫຼາຍ ແລະງາມຕາ, ຄຸນນະພາບດີ. ມີຫຼາຍຜະລິດຕະພັນໄດ້ສົ່ງອອກໄປຍັງບັນດາຕະຫຼາດຄື: ສະຫະພາບເອີລົບ, ອາເມລິກາ, ລັດເຊຍ ແລະບາງປະເທດອາຊີ, ອາຊີຕາເວັນອອກສ່ຽງໃຕ້. ໃນຂອບເຂດ Hanoi Giftshow 2023, ຄະນະຈັດຕັ້ງໄດ້ມອບລາງວັນການແຂ່ງຂັນອອກແບບຮູບແບບຜະລິດຕະພັນສິລະປະຫັດຖະກຳ ຮ່າໂນ້ຍ ປີ 2023 ແມ່ນ 90 ລາງວັນ, ໃນນັ້ນລາງວັນທີ 1 ມີ 6 ລາງວັນ,.

leftcenterrightdel
ພິທີມອບລາງວັນໃນການແຂ່ງຂັນ. ພາບ:  vov.vn

ພາຍຫຼັງ 11 ປີແຫ່ງການຈັດຕັ້ງ, Hanoi Giftshow ໄດ້ຢັ້ງຢືນບົດບາດ ແມ່ນງານຕະຫຼາດນັດທີ່ສະເພາະຂະແໜງສິລະປະຫັດຖະກຳສົ່ງອອກທີ່ມີອິດທິພົນຊື່ສຽງຂອງພາກພື້ນ ອາຊີ - ປາຊີຟິກ, ດຶງດູດການເຂົ້າຮ່ວມຂອງຮ້ານວາງສະແດງຫຼາຍກ່ວາ 5000 ແຫ່ງ ຂອງວິສາຫະກິດ, ຮາກຖານການຜະລິດຫຼາຍກ່ວາ 2250 ແຫ່ງ ທີ່ມາຈາກບັນດາແຂວງ, ນະຄອນ ໃນທົ່ວປະເທດ ແລະກ່ວາ 30 ປະເທດໃນທົ່ວໂລກ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ