ລົງມືກໍ່ສ້າງສາຍໄຟຟ້າ 500kV ທໍາອິດ ເພື່ອສົ່ງໄຟຟ້າແຮງລົມຈາກລາວ ມາຫວຽດນາມ
ກປ.ອອນໄລ - ວັນທີ 30 ກັນຍາ, ຢູ່ເມືອງນາມຢາງ, ແຂວງກວາງນາມ, ໄດ້ຈັດພິທີລົງມືກໍ່ສ້າງໂຄງການສາຍສົ່ງໄຟຟ້າ 500kV Monsoon - ແທ້ງໝີ໊ ຢ່າງເປັນທາງການ.
ນີ້ແມ່ນໂຄງການສາຍສົ່ງໄຟຟ້າ 500kV ທີ່ສົ່ງໄຟຟ້າແຮງລົມຈາກລາວມາຫວຽດນາມ ແຫ່ງທຳອິດ; ໂດຍປະຕິບັດຄຳໝັ້ນສັນຍາສອງຝ່າຍກ່ຽວກັບການພົວພັນຮ່ວມມືລະຫວ່າງລັດຖະບານແຫ່ງ ສສ ຫວຽດນາມ ແລະ ສປປ ລາວ ໃນຂົງເຂດພັດທະນາລະບົບພະລັງງານ.
ສາຍສົ່ງໄຟຟ້າ 500kV Monsoon - ແທ້ງໝີ໊ ຢູ່ຫວຽດນາມ ມີຄວາມຍາວເກືອບ 45 ກິໂລແມັດ, ທີ່ເຊື່ອມຕໍ່ຈາກກຸ່ມໂຮງງານໄຟຟ້າພະລັງງານແຮງລົມ Monsoon (ລາວ) ເຖິງສະຖານີປັບໄຟຟ້າ 500kV ແທ້ງໝີ໊. ຍອດເງິນລົງທຶນໂຄງການແມ່ນ 1.100 ຕື້ດົ່ງ.
    |
 |
ຜູ້ແທນໄດ້ກົດປຸ່ມລົງມືກໍ່ສ້າງໂຄງການ. ພາບ: ບິ່ງອານ |
ໂຄງການສາຍສົ່ງໄຟຟ້າ 500kV Monsoon - ແທ້ງໝີ໊ ກໍ່ສ້າງສຳເລັດ ແລະນຳເຂົ້າເຄື່ອນໄຫວຈະສາມາດສົ່ງໄຟຟ້າດ້ວຍກຳລັງສູງສຸດປະມານ 2.500 MW, ປະກອບສ່ວນຍົກສູງກຳລັງຄວາມສາມາດຂອງລະບົບໄຟຟ້າແຫ່ງຊາດຜ່ານການນຳເຂົ້າໄຟຟ້າຈາກລາວ.
ເມື່ອເປີດນໍາໃຊ້, ສາຍໄຟຟ້າດັ່ງກ່າວຈະສົ່ງໄຟຟ້າແຮງລົມຈາກລາວມາຫວຽດນາມ ດ້ວຍກໍາລັງໄຟຟ້າ 600 MW, ຄາດວ່າປະລິມານຜະລິດໄຟຟ້າສະເລ່ຍປະມານ 1,7 ຕື້ kWh/ປີ. ຄາດວ່າໂຄງການດັ່ງກ່າວຈະກໍ່ສ້າງສຳເລັດໃນໄຕມາດທີ IV ປີ 2024.
ໂດຍ: ທະນາພອນ