ທີ່ພິທີປຸກລະດົມ, ທ່ານປະທານສະມາຄົມຜູ້ມີອາຍຸສູງຫວຽດນາມ ຫງວຽນແທັງບິ່ງ ໄດ້ເນັ້ນໜັກວ່າ ໃນປະຫວັດສາດແຫ່ງການພັດທະນາປະເທດຊາດ, ຜູ້ມີອາຍຸສູງໄດ້ປະກອບສ່ວນຢ່າງໃຫ່ຍຫຼວງເຂົ້າໃນພາລະກິດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດ, ທ່ານຢັ້ງຢືນວ່າ ຜູ້ມີອາຍຸສູງ ແມ່ນຊັບສົມບັດອັນລ້ຳຄ່າຂອງຊາດ, ແມ່ນກຳລັງສຳຄັນຂອງປະເທດ ແລະແມ່ນເສົາຄ້ຳສຳຄັນຂອງຄອບຄົວ ແລະສັງຄົມຫວຽດນາມ. ຫົວຂໍ້ຂອງເດືອນກະທຳປີ 2023 ແມ່ນ “ຜູ້ມີອາຍຸສູງໄດ້ຮັບການເສີມຂະຫຍາຍ ແລະເບິ່ງແຍງດູແລຢ່າງຄົບຖ້ວນ” ມີຄວາມໝາຍດ້ານມະນຸດສະທຳທີ່ເລິກເຊິ່ງ, ພິເສດໃນສະພາບການ ຫວຽດນາມ ແມ່ນປະເທດມີອັດຕາຈຳນວນຜູ້ມີອາຍຸສູງເພີ່ມຂຶ້ນໂດຍໄວ ແລະ ແມ່ນກຳລັງຕ້ອງໄດ້ຮັບການເສີມຂະຫຍາຍຢ່າງຄົບຖວ້ນ.

leftcenterrightdel
ທ່ານປະທານສະມາຄົມຜູ້ມີອາຍຸສູງຫວຽດນາມ ຫງວຽນແທັງບິ່ງ ກ່າວຄຳເຫັນທີ່ພິທີ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ພິທີ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດວັນຈຽນ ໄດ້ປຸກລະດົມການຕອບສະໜອງເດືອນກະທຳເພື່ອຜູ້ມີອາຍຸສູງ ຫວຽດນາມ. ທ່ານໂດວັນຊຽນ ເນັ້ນໜັກວ່າ ພັກ, ລັດ ແລະ ທົ່ວສັງຄົມ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ຢ່າງເລິກເຊິ່ງ, ການເບິ່ງແຍງດູແລທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ຜູ້ມີອາຍຸສູງ.

ເນື້ອໃນ: ວິທະຍຸກະຈາຍສຽງຫວຽດນາມ