ແຂກທ່ອງທ່ຽວສາກົນ ມາຫວຽດນາມ ບັນລຸເກືອບ 9 ລ້ານເທື່ອຄົນ
ວັນທີ 29 ກັນຍາ, ກົມໃຫຍ່ສະຖິຕິ ໄດ້ປະກາດຂໍ້ມູນໂດຍໃຫ້ຮູ້ວ່າ, ຈຳນວນແຂກທ່ອງທ່ຽວສາກົນມາຢ້ຽມຢາມຫວຽດນາມ ໃນ 9 ເດືອນຂອງປີ 2023 ບັນລຸ 8,9 ລ້ານເທື່ອຄົນ, ເພີ່ມຂຶ້ນທົບ 4,7 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.
ເຖິງຢ່າງໃດກໍຕາມ, ຕົວເລກນີ້ຍັງພຽງເທົ່າກັບ 69% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ເມື່ອຍັງບໍ່ທັນເກີດໂລກລະບາດໂຄວິດ-19. ໃນຈຳນວນແຂກທ່ອງທ່ຽວສາກົນມາຢ້ຽມຢາມຫວຽດນາມ ໃນ 9 ເດືອນປີ 2023, ແຂກທ່ອງທ່ຽວທີ່ມາດ້ວຍທາງອາກາດກວມເອົາ 87,5%; ທາງບົກກວມເອົາ 11,8%, ສ່ວນຍັງເຫຼືອແມ່ນທາງທະເລ. ລາຍຮັບຈາກການພັກເຊົ້າ, ກິນດື່ມໃນ 9 ເດືອນ ໄດ້ເພີ່ມຂຶ້ນ 16%; ການທ່ອງທ່ຽວເພີ່ມຂຶ້ນ 47.7% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີ 2022.
    |
 |
ແຂກທ່ອງທ່ຽວຢ້ຽມຢາມ ໂຮ້ຍອານ. ພາບ: ສໍານັກຂ່າວສານຫວຽດນາມ |
ເພື່ອຕອບສະໜອງຄວາມຕ້ອງການເດີນທາງໄປມາຂອງແຂກທ່ອງທ່ຽວ ທີ່ນັບມື້ນັບເພີ່ມຂຶ້ນນັ້ນ, ບໍລິສັດການບິນຫວຽດນາມ (Vietnam Airlines) ໄດ້ເພີ່ມຫຼາຍຖ້ຽວບິນໄປຍັງ ເອີລົບ, ອົດສະຕາລີ ແລະຈີນ, ຜ່ານນັ້ນໄດ້ຟື້ນຟູຖ້ຽວບິນສາກົນໄດ້ເກືອບ 90%.
ເນື້ອໃນ: ວິທະຍຸກະຈາຍສຽງຫວຽດນາມ