leftcenterrightdel
ການຖະແຫຼງຂ່າວປະກາດເວທີປາໄສເສດຖະກິດສີຂຽວ 2023. ພາບ: baoxaydung.com.vn.

ເຫດການລວມມີບັນດາການໂອ້ລົມສົນທະນາກ່ຽວກັບການພັດທະນາແບບຍືນຍົງ, ວາລະປະຊຸມຄົບຄະນະຂັ້ນສູງ ແລະ ວາລະປະຊຸມຫົວເລື່ອງສະເພາະ ໂດຍມີການເຂົ້າຮ່ວມຂອງບັນດາການນຳແຖວໜ້າຂະແໜງການ, ນັກວາງແຜນກຳນົດນະໂຍບາຍ ແລະ ຜູ້ສະໜັບສະໜູນນະໂຍບາຍຍືນຍົງຂອງ ເອີລົບ ແລະ ຫວຽດນາມ. ທ່ານເອກອັກຄະລັດຖະທູດ Julien Guerrier ຫົວໜ້າຄະນະສະຫະພາບ ເອີລົບ ປະຈຳ ຫວຽດນາມ ເນັ້ນໜັກວ່າ ເວທີປາໄສເສດຖະກິດສີຂຽວ ແມ່ນສັນຍາລັກໃຫ້ແກ່ຄວາມມານະພະຍາຍາມໃນການຮ່ວມມືຢ່າງບໍ່ຢຸດຢັ້ງ ລະຫວ່າງ ເອີລົບ ແລະ ຫວຽດນາມ. ພ້ອມທັງເຊື່ອໝັ້ນວ່າ ບັນດາຂໍ້ລິເລີ່ມຄືແນນນັ້ນ ຈະເປີດຊ່ອງທາງເຮັດໃຫ້ ວິວັດທະນາການຫັນປ່ຽນສີຂຽວ ປະສົບຜົນສຳເລັດ, ສະແດງໃຫ້ເຫັນກຳລັງແຮງໃນການຮ່ວມມືຂອງເອີລົບ ແລະ ຫວຽດນາມ.

ເວທີປາໄສຄັ້ງນີ້ກໍ່ສ້າງໂອກາດເຊື່ອມຕໍ່ບັນດາວິສາຫະກິດ, ການນຳໃນຂະແໜງ  ແລະ ບັນດານັກຊ່ຽວຊານໃນຂົງເຂດປະດິດຄິດສ້າງສີຂຽວ. ເຫດການກໍ່ລວມມີກອງປະຊຸມສຳມະນາວິຊາສະເພາະ ດ້ວຍຫົວຂໍ້ສຳຄັນຕ່າງໆຄື: ພະລັງງານທົດແທນ, ການເງິນສີຂຽວ, ຫຼຸດຜ່ອນການປ່ອຍອາຍກາກບອນ ແລະ ກະສິກຳແບບຍືນຍົງ.

ແຫຼ່ງຄັດຈາກ vovworld.vn