ເຂົ້າຮ່ວມກອງປະຊຸມສໍາມະນາມີຜູ້ແທນເກືອບ 100 ທ່ານເຊິ່ງເປັນການນຳຂອງບາງກົມ, ອົງການ, ຫົວໜ່ວຍທີ່ຂຶ້ນກັບກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ; ການນຳຂະແໜງວັດທະນະທຳຢູ່ບາງແຂວງ, ນະຄອນ; ນັກຊ່ຽວຊານ, ນັກຄົ້ນຄວ້າທິດສະດີ,  ນັກວິທະຍາສາດ.

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ຮວ່າງຮວ່າງ

ກອງປະຊຸມສໍາມະນາໄດ້ຮັບການຈັດຕັ້ງເພື່ອແນໃສ່ຕີລາຄາ, ໄຈ້ແຍກບົດບາດ, ການປະກອບສ່ວນສຳຄັນຂອງການປະຕິບັດຍຸດທະສາດພັດທະນາວັດທະນະທຳເຖິງປີ 2030 ໃນການຫັນມະຕິ, ເອກະສານກ່ຽວກັບວັດທະນະທຳຂອງພັກເປັນລະອຽດ; ປະກອບສ່ວນກໍ່ສ້າງ ແລະພັດທະນາປະເທດແບບຍືນຍົງ. ຄຽງຂ້າງນັ້ນ, ຊ່ວຍໃຫ້ບັນດາຜູ້ບໍລິຫານ, ນັກຄົ້ນຄວ້າວິທະຍາສາດ, ນັກປະຕິບັດວັດທະນະທຳຮັບຮູ້ສະພາບຕົວຈິງຂອງການປະຕິບັດຍຸດທະສາດພັດທະນາວັດທະນະທຳເຖິງປີ 2030 ຢ່າງຈະແຈ້ງ, ກໍ່ຄືສະເໜີມາດຕະການເພື່ອປະຕິບັດຍຸດທະສາດໃຫ້ບັນລຸຄວາມຮຽກຮ້ອງທີ່ໄດ້ວາງອອກ. ຜ່ານນັ້ນ, ສະຫຼຸບ ແລະເພີ່ມເຕີ່ມໃຫ້ວຽກງານພັດທະນາທິດສະດີກ່ຽວກັບວັດທະນະທຳ, ສະເໜີບັນດາມາດຕະການປັບປຸງນະໂຍບາຍວັດທະນະທຳຢ່າງແທດຈິງ.

ກອງປະຊຸມສໍາມະນາວິທະຍາສາດໄດ້ຮັບຫຼາຍຄໍາເຫັນປະກອບ, ແທດຈິງຈາກພຶດຕິກຳຕົວຈິງທີ່ອຸດົມສົມບູນ, ມີຊີວິດຊີວາກ່ຽວກັບວຽກງານໂຄສະນາວັດທະນະທຳ, ວັດທະນະທໍາຮາກຖານ, ອຸດສາຫະກຳວັດທະນະທຳ, ການອະນຸລັກຮັກສາວັດທະນະທຳຂອງຊົນເຜົ່າສ່ວນໜ້ອຍ... ນີ້ຈະແມ່ນພື້ນຖານເພື່ອໃຫ້ຄະນະຈັດຕັ້ງກອງປະຊຸມສໍາມະນາລາຍງານ, ສະເໜີນະໂຍບາຍໃຫ້ບັນດາອົງການທີ່ກ່ຽວຂ້ອງໃນການປະຕິບັດຍຸດທະສາດໃນຊຸມປີຕໍ່ໜ້າ, ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດແບບຍືນຍົງ.

ໂດຍ: ຈາງຫງວຽນ