ກ່າວຄຳເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ໂດທັງຫາຍ ເນັ້ນໜັກວ່າ ຫວຽດນາມ ນຳເອົາສິນຄ້າເຂົ້າລະບົບຈຳໜ່າຍ Système U ແມ່ນຮູບການໂຄສະນາ ແລະບໍລິໂພກສິນຄ້າຢ່າງມີປະສິດທິຜົນໃຫ້ບັນດາວິສາຫະກິດ, ເປີດແງ່ຫວັງໃຫ້ບັນດາຜະລິດຕະພັນອື່ນ, ປະກອບສ່ວນຍູ້ແຮງການສົ່ງອອກໂດຍກົງໄປຍັງປະເທດ ຝຣັ່ງ ແລະບັນດາປະເທດທີ່ກຸ່ມບໍລິສັດມີລະບົບຈໍາໜ່າຍ.
ກ່ອນໜ້ານັ້ນ, ທ່ານຮອງລັດຖະມົນຕີ ໂດທັງຫາຍ ໄດ້ມີການພົບປະກັບທ່ານ Dominique Schelcher, ປະທານ ທັງເປັນຜູ້ອຳນວຍການໃຫຍ່ລະບົບ Système U. ຢູ່ທີ່ນີ້. ທ່ານ Schelcher ຢັ້ງຢືນວ່າ ສິນຄ້າຂອງຫວຽດນາມ, ດ້ວຍຄຸນນະພາບສູງ ແລະມີລາຄາທີ່ດີ, ພວມໄດ້ຮັບຄວາມນິຍົມຢູ່ລະບົບຂອງ Système U. ສິນຄ້າຂອງຫວຽດນາມ ນັບມື້ນັບຫຼາຍໃນລະບົບຊຸບເປີມາກເກັດຢູ່ຕະຫຼາດຝຣັ່ງ ພວມເປີດໂອກາດໃຫ້ສິນຄ້າຫວຽດນາມ ໄດ້ຢັ້ງຢືນເຄື່ອງໝາຍການຄ້າຂອງຕົນ ແລະມີຈຸດຢືນຢູ່ຕະຫຼາດຝຣັ່ງ ເວົ້າສະເພາະ ແລະໃນພາກພື້ນເອີລົບ ເວົ້າລວມ.
ໂດຍ: ໄຊນີດາ
Type the code from the image