ໃນການເຄື່ອນໄຫວຂອງຄະນະກຳມະການຊຸກຍູ້ ແລະປົກປ້ອງສິດຂອງແມ່ຍິງ ແລະເດັກໃນອາຊຽນ ບັນລຸໄດ້ຜົນງານເປັນໜ້າຊື່ນຊົມຫຼາຍຢ່າງໃນການຍົກສູງຄຸນນະພາບຊີວິດການເປັນຢູ່ຂອງແມ່ຍິງ ແລະເດັກຜ່ານການປະຕິບັດບັນດາແຜນການເຄື່ອນໄຫວ ໄລຍະ 5 ປີ (2012 – 2016 ແລະ 2016 – 2020) ດ້ວຍການເຄື່ອນໄຫວກ່ຽວກັບການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ. ນີ້ແມ່ນຂໍ້ມູນຂ່າວສານທີ່ໄດ້ຢັ້ງຢືນຢູ່ກອງປະຊຸມສຳມະນາປຶກສາຫາລືແຫ່ງຊາດຂອງ ຄະນະກຳມະການຊຸກຍູ້ ແລະປົກປ້ອງສິດຂອງແມ່ຍິງ ແລະ ເດັກໃນອາຊຽນ ໂດຍກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມໄດ້ຈັດຂຶ້ນ ຕາມຮູບແບບເຊິ່ງໜ້າ ສົມທົບກັບທາງໄກ ໃນວັນທີ 26 ກັນຍາ ຢູ່ ຮ່າໂນ້ຍ.

leftcenterrightdel
ທ່ານນາງ ເຈິ່ນທິບິກລວານ  ກ່າວຄຳເຫັນທີ່ກອງປະຊຸມສຳມະນາ. ພາບ: vov.vn

ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນ ໄດ້ປຶກສາຫາລືກ່ຽວກັບການປົກປ້ອງເດັກໃນສື່ສັງຄົມອອນລາຍ, ພິເສດແມ່ນການປະຕິບັດຖະແຫຼງການ ອາຊຽນ ກ່ຽວກັບການປົກປ້ອງເດັກ ພົ້ນຈາກທຸກຮູບແບບການຂູດຮີດ ແລະ ສວຍໃຊ້ທາງ ອອນໄລ ລະດັບຊາດ. ນີ້ແມ່ນໂອກາດເພື່ອໃຫ້ ຫວຽດນາມ ຮຽນຮູ້ທຸກແບບຢ່າງດີເດັ່ນ ແລະ ປະສົບການຈາກປະເທດອື່ນ ໃນຂົງເຂດປົກປ້ອງເດັກໃນສື່ສັງຄົມອອນໄລ, ໜູນຊ່ວຍໃຫ້ການສືບຕໍ່ຊຸກຍູ້ບັນດາການກະທຳເພື່ອຮັບປະກັນສິດຂອງເດັກຢູ່ລະດັບຊາດໃນໄລຍະຈະມາເຖິງ.

ເນື້ອໃນ: ວິທະຍຸກະຈາຍສຽງຫວຽດນາມ