ກອງປະຊຸມສຸດຍອດ P4G ຄັ້ງທີ 3 ໂດຍລັດຖະບານ ໂກໂລມບີ ຈັດຕັ້ງ, ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານ 500 ທ່ານ ທີ່ມາຈາກ 12 ປະເທດ ແລະບັນດາຄູ່ຮ່ວມມືຂອງ P4G. ດ້ວຍຫົວຂໍ້: “ຄູ່ຮ່ວມມືຫັນປ່ຽນເພື່ອຄວາມຍືນຍົງ. ການກະທໍາເພື່ອຊີວິດ ແລະການເຕີບໂຕສີຂຽວ”, ກອງປະຊຸມສຸມໃສ່ປຶກສາຫາລື 3 ເນື້ອໃນ: ຊີວະນາໆພັນ, ການຫັນປ່ຽນພະລັງງານ ແລະຕົວເມືອງແບບຍືນຍົງ.

leftcenterrightdel
ທ່ານ ດັ້ງກ໊ວກແຄ໊ງ ລັດຖະມົນຕີກະຊວງຊັບພະຍາກອນ ແລະສິ່ງແວດລ້ອມ (ທີສອງ, ຈາກຊ້າຍຫາຂວາ) ນໍາໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ P4G ຄັ້ງທີ 3 ຢູ່ Bogota, ໂກລົມບີ. ພາບ: ກະຊວງຊັບພະຍາກອນ ແລະສິ່ງແວດລ້ອມຫວຽດນາມ.

ທີ່ກອງປະຊຸມ, ຫວຽດນາມ ໄດ້ຮັບສິດເປັນເຈົ້າພາບຈັດກອງປະຊຸມສຸດຍອດ P4G ຄັ້ງທີ 4 ໃນປີ 2025. ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີ ດັ້ງກ໊ວກແຄ໊ງ ຂອບໃຈບັນດາປະເທດສະມາຊິກ P4G ທີ່ໄດ້ເຊື່ອໝັ້ນ, ສະໜັບສະໜູນຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ P4G ປີ 2025. ທ່ານ ດັ້ງກ໊ວກແຄ໊ງ ຢັ້ງຢືນວ່າ ຫວຽດນາມ ຈະມານະພະຍາຍາມສູງສຸດ ແລະຫວັງວ່າ ໂກໂລມບີ ພ້ອມກັບບັນດາປະເທດຄູ່ຮ່ວມມື ຈະແບ່ງປັນບົດຮຽນ ກໍຄື ໜູນຊ່ວຍຫວຽດນາມ ຈັດຕັ້ງກອງປະຊຸມນີ້ສຳເລັດ. ຫວຽດນາມ ຈະຊຸກຍູ້ໂຄງການດໍາເນີນງານຂອງກອງປະຊຸມໃຫ້ສອດຄ່ອງກັບບຸລິມະສິດຂອງບັນດາປະເທດ P4G ກໍຄື ຄວາມເອົາໃຈໃສ່ຂອງທົ່ວໂລກ, ລວມມີ: ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຕິດພັນກັບການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ; ການຄຸ້ມຄອງ, ຂຸດຄົ້ນ ແລະນໍາໃຊ້ຊັບພະຍາກອນນ້ຳຂ້າມຊາຍແດນແບບຍືນຍົງ; ກໍ່ສ້າງ ແລະນຳໃຊ້ລະບົບເຕື່ອນໄພກ່ອນ, ຕິດຕາມກວດກາບັນດາຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ...

ໂດຍ: ໄຊຊະນະ