ທ່ານປະທານສະພາຊົນຊາດສະພາແຫ່ງຊາດຫວຽດນາມ ອີແທງຮ່ານີເອີກະດຳ ແລະທ່ານປະທານກຳມາທິການບັນດາເຜົ່າສະພາແຫ່ງຊາດ ລາວ ຄຳຈັນ ໂສຕາປະເສີດ ເປັນປະທານຮ່ວມທີ່ກອງປະຊຸມ, ພ້ອມກັບການເຂົ້າຮ່ວມຂອງບັນດາຜູ້ຕ່າງໜ້າປະຈຳການຂອງສະພາຊົນຊາດສະພາແຫ່ງຊາດຫວຽດນາມ ແລະກຳມາທິການບັນດາເຜົ່າສະພາແຫ່ງຊາດ ລາວ; ບັນດາຜູ້ແທນສະເພາະກິດ ແລະຜູ້ແທນທີ່ເປັນສະມາຊິກ ສະພາຊົນຊາດ; ຄະນະປະຕິບັດງານຢູ່ບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຮ່ວມລະຫວ່າງ ຫວຽດນາມ - ລາວ.

leftcenterrightdel
ຜູ້ແທນຖ່າຍຮູບລວມ. ພາບ: ສໍານັກຂ່າວສານຫວຽດນາມ

ນະທີ່ນີ້, ທ່ານ ຄຳຈັນ ໂສຕາປະເສີດ, ປະທານກຳມາທິການບັນດາເຜົ່າຂອງສະພາແຫ່ງຊາດ ລາວ ໃຫ້ຮູ້ວ່າ, ການຈັດກອງປະຊຸມສຳມະນາແມ່ນເພື່ອແນໃສ່ເປັນເສນາທິການໃຫ້ແກ່ການສ້າງ, ຕິດຕາມກວດກາ ແລະ ຈັດຕັ້ງປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບວຽກງານຊົນເຜົ່າຢູ່ ລາວ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງການປຶກສາຫາລືແລກປ່ຽນບົດຮຽນດ້ານນະໂຍບາຍ; ປະສົບການໃນການກວດກາ ແລະຕິດຕາມກວດກາວຽກງານຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ; ບັນດາໝາກຜົນ ແລະ ບົດຮຽນທີ່ບັນລຸໄດ້ໃນການກໍ່ສ້າງຊົນນະບົດໃໝ່ ແລະນະໂຍບາຍ, ກົດໝາຍກ່ຽວກັບ ການກໍ່ສ້າງຊົນນະບົດໃໝ່ຢູ່ເຂດຊົນເຜົ່າສ່ວນໜ້ອຍຢູ່ ຫວຽດນາມ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ