ທີ່ການຕ້ອນຮັບ, ທ່ານ ເຈີ່ນຕ໋ວນແອງ ສະເໜີ BIS ສືບຕໍ່ຍົກສູງ ບົດບາດຂອງຕົນໃນການພັດທະນາພື້ນຖານໂຄງລ່າງຊຳລະ, ການເງິນຢູ່ພາກພື້ນອາຊີ, ໃນນັ້ນມີ ຫວຽດນາມ ເພື່ອຊ່ວຍບັນດາປະເທດອາຊີ ເຂົ້າເຖິງບັນດາເຕັກໂນໂລຊີໃໝ່ຢ່າງວ່ອງໄວ, ຮັບປະກັນໃຫ້ການຊຳລະເງິນລະຫວ່າງບັນດາປະເທດ ແລະເຂດແຄວ້ນ, ຮັກສາຄວາມໝັ້ນຄົງທາງອິນເຕີເນັດ ແລະລະບົບການເງິນທົ່ວໂລກ.

leftcenterrightdel
ທ່ານ ເຈີ່ນຕ໋ວນແອງ, ກໍາມະການກົມການເມືອງ, ຫົວໜ້າຄະນະເສດຖະກິດສູນກາງ  ຕ້ອນຮັບທ່ານ Agustin Carstens, ຜູ້ອຳນວຍການໃຫຍ່ທະນາຄານຊໍາລະສາກົນ (BIS). ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ Agustin Carstens ໄດ້ຕີລາຄາສູງແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະລັດຫວຽດນາມ ໃນການຮັກສາເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງ, ເພີ່ມທະວີການເຊື່ອມໂຍງເຂົ້າກັບສາກົນ ແລະຊຸກຍູ້ການຫັນປ່ຽນດີຈີຕອນ, ປ່ຽນແປງໃໝ່ປະດິດຄິດສ້າງ; ເຫັນດີເປັນເອກະພາບຕໍ່ຂໍ້ສະເໜີຂອງຫົວໜ້າຄະນະເສດຖະກິດສູນກາງ, ພ້ອມທັງແບ່ງປັນບາງແນວຄວາມຄິດ ແລະມາດຕະການລະອຽດ. ທ່ານ Agustin Carstens ຢືນຢັນວ່າ BIS ຈະສືບຕໍ່ຮ່ວມມື,  ໜູນຊ່ວຍທະນາຄານແຫ່ງລັດຫວຽດນາມ ໃນການລົງທຶນພັດທະນາພື້ນຖານໂຄງລ່າງຊຳລະ, ການເງິນ, ຊຸກຍູ້ການຫັນປ່ຽນດີຈີຕອນ, ປະກອບສ່ວນປັບປຸງວຽກງານບໍລິຫານ, ຄຸ້ມຄອງຄວາມສ່ຽງໃນຂົງເຂດທະນາຄານ.

ໂດຍ: ຈາງຫງວຽນ