ວັນທີ 20 ກັນຍາ, ຢູ່ນະຄອນໂຮ່ຈີມິນ, ສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ (VASS) ໄດ້ສົມທົບກັບສະຖາບັນວິທະຍາສາດເສດຖະກິດ ແລະສັງຄົມແຫ່ງຊາດລາວ (LASES) ແລະສະພາມະຫາບັນດິດລາຊະອານາຈັກກຳປູເຈຍ (RAC) ຈັດກອງປະຊຸມສຳມະນາສາກົນດ້ວຍຫົວຂໍ້ “ການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງ ຫວຽດນາມ, ລາວ, ກຳປູເຈຍ ໃນສະພາບການດີຈີຕອນ”. ເຂົ້າຮ່ວມເຫດການນີ້, ມີຜູ້ແທນ 100 ກວ່າທ່ານ, ເຊິ່ງແມ່ນນັກຊ່ຽວຊານ, ນັກວິທະຍາສາດ, ນັກຄຸ້ມຄອງ, ອົງການການທູດຂອງສາມປະເທດ.

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ສໍານັກຂ່າວສານຫວຽດນາມ

ກອງປະຊຸມໄດ້ສຸມໃສ່ເຮັດແຈ້ງ 3 ບັນຫາ, ລວມມີ: ທ່າອ່ຽງພັດທະນາເສດຖະກິດດີຈີຕອນ ແລະປະສົບການໃນການໝູນໃຊ້ເຕັກໂນໂລຢີດີຈີຕອນເຂົ້າໃນການພັດທະນາການຄ້າ ແລະການລົງທຶນຢູ່ຫວຽດນາມ, ລາວ, ກຳປູເຈຍ; ກາລະໂອກາດ ແລະສິ່ງທ້າທາຍຈາກຂະບວນການຫັນເປັນດີຈີຕອນ ຕະຫຼອດຮອດເລື່ອງຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງສາມປະເທດ; ບັນດາມາດຕະການຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງ ຫວຽດນາມ - ລາວ - ກຳປູເຈຍ ໃນພື້ນຖານເສດຖະກິດດີຈີຕອນ.

ຕາມບັນດານັກວິທະຍາສາດແລ້ວ, ເພື່ອຊຸກຍູ້ການພັດທະນາເສດຖະກິດດີຈີຕອນໃນໄລຍະຈະມາເຖິງ, ສາມປະເທດຕ້ອງສ້າງ ແລະປັບປຸງສະພາບແວດລ້ອມດ້ານລະບອບລະບຽບການໃຫ້ສົມບູນແບບ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໄລຍະເຊື່ອມໂຍງເຂົ້າກັບສາກົນໃນເງື່ອນໄຂເສດຖະກິດດີຈີຕອນ; ສຸມໃສ່ລົງທຶນກໍ່ສ້າງະື້ນຖານໂຄງລ່າງໃຫ້ແກ່ການຫັນເປັນດີຈີຕອນ ແລະພັດທະນາພື້ນຖານເສດຖະກິດດີຈີຕອນແຫ່ງຊາດ.

ບັນດາປະເທດຄວນໜູນຊ່ວຍຍົກສູງຄວາມສາມາດ ແລະກໍາລັງແກ່ງແຍ້ງຂອງວິສາຫະກິດ; ສົ່ງເສີມ, ສ້າງເງື່ອນໄຂສະດວກ ແລະໜູນຊ່ວຍບັນດາວິສາຫະກິດເລີ່ມທຸລະກິດ, ປ່ຽນແປງໃໝ່ປະດິດຄິດສ້າງ, ປັບປຸງດ້ານເຕັກນິກ, ເຕັນໂນໂລຢີໃນການຜະລິດ...

ລັດຖະບານຕ້ອງສ້າງໂຄງປະກອບໂຄງລ່າງດ້ານເຕັກນິກດີຈີຕອນ ເພື່ອໃຫ້ບັນດາ ວິສາຫະກິດເຊື່ອມໂຍງ ແລະກຳແໜ້ນທ່າອ່ຽງ, ທ່າແຮງຂອງສັງກາດເສດຖະກິດດີຈີຕອນ.

ໂດຍ: ທະນາພອນ