leftcenterrightdel
ບັນຍາກາດທີ່ກອງປະຊຸມເຊື່ອມຕໍ່ການທ່ອງທ່ຽວລະຫວ່າງແຂວງກວ໋າງຈິ (ຫວຽດນາມ) - ລາວ - ໄທ. ພາບ: baoquangtri.vn

ລາຍການຄັ້ງນີ້ໄດ້ດຶງດູດຄວາມສົນໃຈຈາກວິສາຫະກິດຂອງລາວ ແລະໄທຫຼາຍແຫ່ງທີ່ຢາກຊອກຮູ້ວັດທະນະທຳປະຫວັດສາດ ແລະການທ່ອງທ່ຽວຊີວະພາບໃນບໍລິເວນແຂວງ, ພິເສດແມ່ນການທ່ອງທ່ຽວທາງທະເລ. ທີ່ກອງປະຊຸມສໍາມະນາ, ຜູ້ຕາງໜ້າສະມາຄົມທ່ອງທ່ຽວແຂວງກວ໋າງຈິ ໄດ້ແບ່ງປັນ ແລະແນະນຳຄວາມສາມາດບົ່ມຊ້ອນ, ທ່າແຮງຂອງສະຖານທີ່ທ່ອງທ່ຽວຢູ່ໃນແຂວງ, ພິເສດແມ່ນແນະນຳບາງລາຍການທ່ອງທ່ຽວທີ່ເຊື່ອມຕໍ່ກັບບັນດາວິສາຫະກິດຂອງລາວ, ໄທ ເພື່ອດຶງດູດນັກທ່ອງທ່ຽວສາກົນ.

ໄປຄຽງຄູ່ກັນນ້ັນ, ຄະນະຈັດຕັ້ງ ຍັງໄດ້ເຊີນເອົາຜູ້ຕາງໜ້າຂອງວິສາຫະກິດຈາກລາວ, ໄທ ທີ່ພາຍຫຼັງສຳຫຼວດຈະແບ່ງປັນຄວາມຕ້ອງການ, ຂໍ້ສະເໜີ, ຄໍາເຫັນປະກອບຈາກນັ້ນປະກອບສ່ວນຍົກສູງຄຸນນະພາບ ແລະຫັນຜະລິດຕະພັນການທ່ອງທ່ຽວຢູ່ແຂວງກວ໋າງຈິ ຫາກໍ່ຜັນຂະຫຍາຍເປັນຫຼາຍຮູບຫຼາຍແບບ.

leftcenterrightdel
ສະມາຄົມທ່ອງທ່ຽວແຂວງກວ໋າງຈິ ຂອງຫວຽດນາມ ລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບການສົ່ງເສີມ ແລະຮ່ວມສໍາພັນດ້ານການທ່ອງທ່ຽວກັບສະມາຄົມທ່ອງທ່ຽວແຂວງສະຫວັນນະເຂດ ຂອງລາວ. ພາບ: baoquangtri.vn

ໃນຂອບເຂດກອງປະຊຸມສໍາມະນາ, ສະມາຄົມທ່ອງທ່ຽວແຂວງກວ໋າງຈິ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການສົ່ງເສີມ ແລະຮ່ວມສໍາພັນດ້ານການທ່ອງທ່ຽວກັບສະມາຄົມທ່ອງທ່ຽວ, ການຄ້າ ແລະອຸດສາຫະກຳເຂດຕາເວັນອອກສ່ຽງເໜືອໄທ ແລະສະມາຄົມທ່ອງທ່ຽວແຂວງສະຫວັນນະເຂດ. ກ່ອນໜ້ານັ້ນ, ລາຍການ Caravan ທ່ອງທ່ຽວປີ 2023 ດ້ວຍຫົວຂໍ້ “ສີສັນກວ໋າງຈິ” ໄດ້ດຳເນີນຫຼາຍກິດຈະກໍາເຄື່ອນໄຫວຢ້ຽມຊົມ, ເຂົ້າຮ່ວມລາຍການທ່ອງທ່ຽວຢູ່ບາງສະຖານທີ່ທ່ອງທ່ຽວດີເດັ່ນຂອງແຂວງກວ໋າງຈິ.

ໂດຍ: ທູຈາງ