ນີ້ແມ່ນຄັ້ງທຳອິດທີ່ກອງປະຊຸມກ່ຽວກັບຄວາມປອດໄພການບິນທົ່ວໂລກໄດ້ດໍາເນີນຢູ່ຫວຽດນາມ, ໂດຍແມ່ນກະຊວງຄົມມະນາຄົມຂົນສົ່ງ, ສະມາຄົມຂົນສົ່ງທາງອາກາດສາກົນ (IATA), ບໍລິສັດການບິນແຫ່ງຊາດຫວຽດນາມ (Vietnam Airlines) ສົມທົບກັນຈັດຕັ້ງ.

leftcenterrightdel
ທ່ານ ເຈິ່ນລືວກວາງ ຮອງນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຈິ່ນລືວກວາງ ຮອງນາຍົກລັດຖະມົນຕີຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ສືບຕໍ່ປະຕິບັດວຽກງານຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງດ້ານການບິນໃນລະບົບຄວາມໝັ້ນຄົງແຫ່ງຊາດ; ສ້າງຄວາມປອດໄພ, ຄວາມໝັ້ນຄົງດ້ານການບິນບົນພື້ນຖານທົ່ວປວງຊົນປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບປະຊາຊົນ, ຕິດພັນກັບການປະຕິບັດບັນດາເປົ້າໝາຍການພັດທະນາເສດຖະກິດ-ສັງຄົມ ແລະເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ. ຫວຽດນາມ ຈະມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອສ້າງລະບົບຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງດ້ານການບິນທີ່ເຂັ້ມແຂງ ແລະມີປະສິດທິຜົນ, ເໝາະສົມກັບເງື່ອນໄຂຂອງຫວຽດນາມ ແລະຕອບສະໜອງບັນດາມາດຖານ, ທຳນຽມສາກົນເປັນຢ່າງດີ ແລະພ້ອມແລ້ວທີ່ຈະແລກປ່ຽນບົດຮຽນ, ເພີ່ມທະວີການຮ່ວມມືກັບຄູ່ຮ່ວມມືສອງຝ່າຍ ແລະຫຼາຍຝ່າຍໃນການຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງດ້ານການບິນສາກົນ.

ໂດຍ: ເຈິ່ນຮວ່ຽນ