ມີ 500 ກວ່າວິສາຫະກິດ ເຂົ້າຮ່ວມ Techfest ຫາຍຟ່ອງ 2023
ກປ.ອອນໄລ - ວັນທີ 18 ກັນຍາ, ທີ່ນະຄອນຫາຍຟ່ອງ, ກະຊວງວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ ໄດ້ສົມທົບກັບພະແນກວິທະຍາສາດ ແລະເຕັກໂນໂລຊີນະຄອນຫາຍຟ່ອງ ຈັດຕັ້ງພິທີເປີດສັບປະດາປ່ຽນແປງໃໝ່ປະດິດສ້າງ ແລະວັນບຸນເລີ່ມທຸລະກິດ Techfest ຫາຍຟ່ອງ 2023 (Techfest ຫາຍຟ່ອງ) ດ້ວຍຫົວຂໍ້ “ຫາຍຟ່ອງ-ນະຄອນແຫ່ງການປ່ຽນແປງໃໝ່ປະດິດສ້າງ, ເພີ່ມຄວາມໄວ ແລະປະກາຍແສງ”.