leftcenterrightdel
ບັນຍາກາດທີ່ກອງປະຊຸມຂ່າວ. ພາບ: ກິມເງິນ

AMRI 16 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງຈະສຸມໃສ່ປຶກສາຫາລືບັນດາເນື້ອໃນ, ຄື: ສ້າງວິໄສທັດກໍານົດທິດການຮ່ວມມືອາຊຽນ ໃນຂົງເຂດຖະແຫຼງຂ່າວ, ການສື່ສານ ແລະສື່ມວນຊົນ; ກົນໄກຮ່ວມມືຂອງອາຊຽນ ເພື່ອຮັບມື ແລະແກ້ໄຂຂ່າວທີ່ປອມແປງ ແລະຂ່າວທີ່ບໍ່ຖືກຕ້ອງຕາມຄວາມຈິງໃນສື່ສັງຄົມ; ຊຸກຍູ້ການເຄື່ອນໄຫວຫັນເປັນດີຈີຕອນໃນຂະແໜງການສື່ສານ ແລະສື່ມວນຊົນ; ກຳນົດກາລະໂອກາດ ແລະສິ່ງທ້າທາຍໃນການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການເຄື່ອນໄຫວຂອງຂະແໜງການສື່ສານ ແລະສື່ມວນຊົນ; ຊຸກຍູ້ ແລະຍົກສູງການເຄື່ອນໄຫວສະໜອງຂໍ້ມູນຂ່າວສານໃນທົ່ວອາຊຽນ ແລະກັບບັນດາປະເທດຄູ່ຮ່ວມມືກັບອາຊຽນ.

ໃນຂອບເຂດກອງປະຊຸມຈະດໍາເນີນເຫດການຕົ້ນຕໍ ເຊິ່ງລວມມີ: ກອງປະຊຸມ AMRI ຄັ້ງທີ 16; ກອງປະຊຸມ AMRI+3 ຄັ້ງທີ 7; ກອງປະຊຸມ SOMRI ຄັ້ງທີ 20 ແລະ SOMRI+3, SOMRI+ ຍີ່ປຸ່ນ; ກອງປະຊຸມຂ່າວຢ່າງເປັນທາງການກ່ຽວກັບກອງປະຊຸມ AMRI 16 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງ.

ກອງປະຊຸມຈະດຳເນີນແຕ່ວັນທີ 20 – 23 ກັນຍາ, ຢູ່ນະຄອນ ດ່ານັ້ງ.

ໂດຍ: ທະນາພອນ