leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ. ພາບ: ICISE

ກອງປະຊຸມສຳມະນາສາກົນຄັ້ງທຳອິດ ກ່ຽວກັບວິທະຍາສາດສິ່ງມີຊີວິດນາໂນ: ເຕັກໂນໂລຊີນາໂນຊີວະສາດ, ເຊັນເຊີຊີວະສາດ, ການຄິດໄລ່ ໄດ້ດຳເນີນແຕ່ວັນທີ 17-19 ກັນຍາ, ຢູ່ແຂວງບິ່ງດິ້ງ. ມີຜູ້ແທນ 100 ກວ່າຄົນ ເຊິ່ງແມ່ນນັກປະຖະກະຖາ, ນັກຮຽນຮູ້, ນັກວິທະຍາສາດ, ນັກຊ່ຽວຊານ ແລະນັກສຶກສາທີ່ມາຈາກ 50 ມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ, ບັນດາອົງການຈັດຕັ້ງວິທະຍາສາດຂອງ 15 ປະເທດ ໃນໂລກໄດ້ເຂົ້າຮ່ວມ.

ກອງປະຊຸມສຳມະນາໄດ້ສະໜອງພື້ນຖານລະຫວ່າງຂະແໜງໃຫ້ບັນດາຜູ້ແທນໃນການນໍາສະເໜີໝາກຜົນການຄົ້ນຄວ້າ, ແບ່ງປັນບົດຮຽນ ແລະການປຶກສາຫາລືທ່າອ່ຽງໃໝ່ ກໍຄືບັນດາສິ່ງທ້າທາຍໃນຕົວຈິງ, ມາດຕະການແກ້ໄຂທີ່ໄດ້ນຳໃຊ້ໃນຂົງເຂດເຕັກໂນໂລຊີນາໂນຊີວະສາດ, ເຊັນເຊີຊີວະສາດ, ການຄິດໄລ່. ບັນດາການຄົ້ນຄວ້າທີ່ນໍາສະເໜີໃນກອງປະຊຸມສຳມະນາ ໄດ້ຊ່ວຍສັງເກດທີ່ເລິກເຊິ່ງດ້ານເຕັກນິກໃໝ່ ແລະ ທ່າອ່ຽງການຄົ້ນຄວ້າທີ່ສາມາດນໍາໃຊ້ ແລະໝູນໃຊ້ໃນຂົງເຂດກະສິກໍາ, ສຸຂະພາບມະນຸດ, ສິ່ງແວດລ້ອມ.

ເນື້ອໃນ: ວິທະຍຸກະຈາຍສຽງຫວຽດນາມ