ເຊື່ອມຕໍ່ ແຂວງແຄ໊ງຮວ່າ ກັບບັນດາຄູ່ຮ່ວມມືສາກົນ
ກປ.ອອນໄລ - ຕອນເຊົ້າວັນທີ 4 ມິຖຸນາ, ທີ່ນະຄອນຍາຈາງ, ຄະນະກໍາມະການປະຊາຊົນແຂວງແຄ໊ງຮວ່າ ໄດ້ຮ່ວມກັບກະຊວງການຕ່າງປະເທດຫວຽດນາມ ຈັດກອງປະຊຸມ ດ້ວຍຫົວຂໍ້ “ເຊື່ອມຕໍ່ແຂວງແຄ໊ງຮວ່າ ກັບບັນດາຄູ່ຮ່ວມມືສາກົນ: ຄວາມຄາດຫວັງພັດທະນາ”.
    |
 |
ທ່ານ ເລຫຶວຮວ່າງ ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນແຂວງແຄ໊ງຮວ່າ ກ່າວຄໍາເຫັນຂໍ່ານັບຮັບຕ້ອນກອງປະຊຸມ. ພາບ: ຢຸຍຫຽນ. |
ກ່າວຄໍາເຫັນຂໍ່ານັບຮັບຕ້ອນກອງປະຊຸມ, ທ່ານ ເລຫຶວຮວ່າງ ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນແຂວງແຄ໊ງຮວ່າ ກ່າວວ່າ “ນີ້ແມ່ນໂອກາດສະດວກເພື່ອໃຫ້ບັນດາຜູ້ແທນໄດ້ແລກປ່ຽນ, ປະກອບຄໍາຄິດເຫັນ, ເປັນເຊື່ອມຂົວຕໍ່, ຊຸກຍູ້ການຮ່ວມມືກັບແຂວງແຄ໊ງຮວ່າ ຢ່າງແຂງແຮງໃນບັນດາຂົງເຂດເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ມີຄວາມສາມາດບົ່ມຊ້ອນ, ທ່າແຮງ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືພ້ອມກັນພັດທະນາລະຫວ່າງຫວຽດນາມ ກັບບັນດາປະເທດ, ເຂດແຄວ້ນ ແລະບັນດາ ອົງການຈັດຕັ້ງສາກົນ”.
    |
 |
ບັນຍາກາດທີ່ກອງປະຊຸມເຊື່ອມຕໍ່ ແຂວງແຄ໊ງຮວ່າ ກັບບັນດາຄູ່ຮ່ວມມືສາກົນ. ພາບ: ຢຸຍຫຽນ. |
ສ່ວນທ່ານ Kho Ngee Seng Roy ຫົວໜ້າສະຖານກົງສູນໃຫຍ່ສິງກະໂປ ປະຈໍານະຄອນ ໂຮ່ຈີມິນ, ຫົວໜ້າຄະນະກົງສູນປະຈໍານະຄອນ ໂຮ່ຈີມິນ ຖືວ່າ ບັນດາວິສາຫະກິດ ແລະນັກລົງທຶນຕ່າງປະເທດອາດຈະສວມບົດບາດສໍາຄັນໃນການເປີດແງ່ຫວັງທີ່ຍັງຊ້ອນແຝງຢູ່ແຂວງແຄ໊ງຮວ່າດ້ວຍວິທີສ້າງຕັ້ງການພົວພັນຄູ່ຮ່ວມຍຸດທະສາດ ແລະປະຕິບັດມາດຕະການສົມທົບກັນ, ເພື່ອໃຫ້ແຕ່ລະຝ່າຍຕ່າງກໍນຳເອົາຜົນປະໂຫຍດມາໃຫ້ທັງແຂວງແຄ໊ງຮວ່າ ແລະປະຊາຄົມສາກົນ. ແຂວງແຄ໊ງຮວ່າ ມີສະພາບແວດລ້ອມແຫ່ງການລົງທຶນທີ່ສະດວກພ້ອມກັບພື້ນຖານໂຄງລ່າງທີ່ດີ ແລະແຫຼ່ງແຮງງານມີຄວາມອຸດົມສົມບູນ. ທີ່ຕັ້ງຍຸດທະສາດ, ໃກ້ກັບບັນດາຕະຫຼາດສາກົນໃຫຍ່ຂອງແຄ໊ງຮວ່າ ກໍເປັນຈຸດໜຶ່ງເພື່ອດຶງດູດວິສາຫະກິດຕ່າງປະເທດ ມາຊອກຫາໂອກາດເປີດກວ້າງການລົງທຶນ.
ໂດຍ: ໄຊຊະນະ