ຈໍານວນໂຄງການ FDI ຈົດທະບຽນໃໝ່ ເພີ່ມຂຶ້ນ 48,5% ໃນເດືອນມັງກອນ 2023
ກປ.ອອນໄລ - ວັນທີ 29 ມັງກອນ, ກົມໃຫຍ່ສະຖິຕິ (ກະຊວງແຜນການ ແລະການລົງທຶນຫວຽດນາມ) ໃຫ້ຂ່າວວ່າ ໃນເດືອນມັງກອນ ປີ 2023, ຫວຽດນາມ ໄດ້ອອກໃບຈົດທະບຽນໃໝ່ໃຫ້ 153 ໂຄງການ ທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI), ດ້ວຍເງິນລົງທຶນທັງໝົດບັນລຸ 1,2 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 48,5% ກ່ຽວກັບຈໍານວນໂຄງການ ແລະທົບ 3,1 ເທົ່າ ກ່ຽວກັບເງິນລົງທຶນຈົດທະບຽນ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
    |
 |
ພາບປະກອບຄັດຈາກ: congly.vn |
ຜົນຂອງການດຶງດູດບັນດາໂຄງການໃໝ່ ໃນເດືອນມັງກອນ ປີ 2023 ໄດ້ຮັບການຕີລາຄາວ່າແມ່ນສັນຍານທີ່ຕັ້ງໜ້າ, ເປີດກາລະໂອກາດໃຫ້ຫວຽດນາມ ໃນປີ 2023. ໃນຈໍານວນໂຄງການ FDI ໄດ້ອອກໃບຈົດທະບຽນໃໝ່ນັ້ນ, ບັນດາໂຄງການທີ່ກ່ຽວຂ້ອງເຖິງຂົງເຂດຂາຍສົ່ງ, ຂາຍຍ່ອຍ, ສ້ອມແປງລົດໂອໂຕ, ລົດຈັກ ແລະລົດທີ່ມີເຄື່ອງຈັກ ມີເງິນລົງທຶນຈົດທະບຽນຫຼາຍທີ່ສຸດ, ບັນລຸ 651,9 ລ້ານໂດລາສະຫະລັດ, ກວມເອົາ 54,1% ເງິນລົງທຶນຈົດທະບຽນໃໝ່ທັງໝົດ, ຖັດຈາກນັ້ນແມ່ນຂະແໜງອຸດສາຫະກໍາປຸງແຕ່ງ, ປະດິດສ້າງ.
ໂດຍ: ທູຈາງ