leftcenterrightdel
ຜູ້ແທນເຂົ້າຮ່ວມກອງປະຊຸມສໍາມະນາ. ພາບ: thuonghieucongluan.com.vn

ທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນໄດ້ປະກອບຄໍາເຫັນໃສ່ຮ່າງວາງແຜນກຳນົດກ່ຽວກັບການຍົກສູງບົດບາດ, ຄວາມຮັບຜິດຊອບຂອງບັນດາອົງການຕາງໜ້າຫວຽດນາມ ປະຈໍາ ຢູ່ຕ່າງປະເທດ ໃນການສົ່ງເສີມ, ໂຄສະນາການທ່ອງທ່ຽວຫວຽດນາມ, ນະໂຍບາຍຄຸ້ມຄອງ, ພັດທະນາການທ່ອງທ່ຽວຊີວະພາບຢູ່ປ່າສະເພາະພິເສດ; ປ່າປ້ອງກັນຢູ່ຫວຽດນາມ; ບົດບາດຂອງອໍານາດການປົກຄອງທ້ອງຖິ່ນຂັ້ນແຂວງໃນການພັດທະນາການທ່ອງທ່ຽວ; ພັດທະນາການທ່ອງທ່ຽວວົງຄະນະຍາດຊຸມຊົນ, ການທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບ, ການທ່ອງທ່ຽວກ່ຽວກັບສຸຂະພາບ ແລະກິລາ; ຕິດພັນພັດທະນາການທ່ອງທ່ຽວກັບການຫັນປ່ຽນດີຈີຕອນ; ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ອະທິປະໄຕຂອງຊາດໃນການພັດທະນາການທ່ອງທ່ຽວ...

ເລື່ອງປັບປຸງແຜນກຳນົດລະບົບການທ່ອງທ່ຽວຫວຽດນາມ ໄລຍະ 2021-2030, ວິໄສທັດຮອດປີ 2045 ໃຫ້ສົມບູບແບບ ຈະຊ່ວຍຫວຽດນາມ ເສີມຂະຫຍາຍຄວາມສາມາດບ່ົມຊ້ອນ ແລະທ່າໄດ້ປຽບຂອງປະເທດຊາດຢ່າງມີປະສິດທິຜົນ, ເພື່ອພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ.

ໂດຍ: ທູຈາງ