ສ່ວນຢູ່ຫວຽດນາມ, ໃນຕອນເຊົ້າວັນທີ 22 ມິຖຸນາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ-19 ຕື່ມອີກ 47 ຄົນ, ດັ່ງນັ້ນ ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 13.530 ຄົນ, ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 5.453 ຄົນ, ມີ 69 ຄົນເສຍຊີວິດ.

ໃນຂະນະນັ້ນ, ທ່ານ Bruce Aylward ທີ່ປຶກສາຂັ້ນສູງຂອງອົງການອະນາໄມໂລກ (WHO) ໃຫ້ຮູ້ວ່າ ມີກວ່າ 50% ບັນດາປະເທດທຸກຍາກທີ່ໄດ້ຮັບວັກຊິນກັນໂຄວິດ - 19 ຜ່ານໂຄງການ COVAX ຍັງບໍ່ໄດ້ຮັບການສະໜອງວັກຊິນຢ່າງພຽງພໍ ເພື່ອຮັກສາໂຄງການສັກວັກຊິນ.

ແຫຼ່ງຄັດຈາກ: vovworld.vn